ອາຊຽນ ແລະ EU ໜູນຊ່ວຍຂະແໜງ ເຄື່ອງສຳອາງຂອງກຳປູເຈຍ, ລາວ, ມຽນມ້າ, ຫວຽດນາມ

ອາຊຽນ ແລະ EU ໜູນຊ່ວຍຂະແໜງ ເຄື່ອງສຳອາງຂອງກຳປູເຈຍ, ລາວ, ມຽນມ້າ, ຫວຽດນາມ - ảnh 1
(ພາບປະກອບ)
(vovworld) -     ຄະນະ​ເລຂາ​ອາ​ຊຽນ ​ແລະ ສະຫະ​ພາບເອີ​ລົບ (EU) ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະສຸ​ມທາ​ບທາມ​ຄວາມ​ເຫັນ​ໃນ​ລະຫວ່າງ​ວັນ​ທີ 24 – 25/01 ຢູ່ Jakarta (ອິນ​ໂດ​ເນ​ເຊຍ) ​ເພື່ອ​ແນ​ໃສ່​ໜູ​ນຊ່ວຍ​ຂະ​ແໜງ​ຜະລິດເຄື່ອງ​ສຳ​ອາງ​ຂອງ​ບັນດາ​ສະມາຊິກ​ໃໝ່​ອາ​ຊຽນ ​ເຊິ່ງລວມມີ ກຳປູ​ເຈຍ, ລາວ, ມຽນມ້າ ​ແລະ ຫວຽດນາມ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ເຄື່ອນ​ໄຫວ ​ແລະ ນັກ​ຄຸ້ມ​ຄອງ​ໃນ​ຂະ​ແໜງ​ຜະລິດເຄື່ອງ​ສຳ​ອາງ​ຂອງ 4 ປະ​ເທດ​ດັ່ງກ່າວ. ກອງ​ປະຊຸມ​ໄດ້​ດຳ​ເນີນ​ໄປ​ໃນ​ຂອບ​​ເຂດ​ຜັນ​ຂະຫຍາຍ “​ໂຄງການ EU ໜູນ​ຊ່ວຍ​ການ​ເຊື່ອມ​ໂຍງ​ເຂດ​ອາ​ຊຽນ” (ARISE), ​ເຕື້ອງ​ເຖິງ​ຄວາມ​ສາມາດ​ບົມຊ້ອນ​ຂອງ​ຕະຫຼາດ​ເຄື່ອງ​ສຳ​ອາງ ທີ່​ພວມ​ພັດທະນາ ​ແລະ ມີຫຼາຍ​ຮູບ​ຫຼາຍ​ສີ​ຂອງ​ອາ​ຊຽນ. ການ​ເປີດ​ກວ້າງ​ຂອ​ງ​ຕະຫຼາດ​ດັ່ງກ່າວ ພວມ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ວິວັດ​ການ​ເຊື່ອມ​ໂຍ​ງ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC), ດ້ວຍ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ຄື ຮ່ວມ​ມື​ດ້ານມາດຖານ, ສ້າງ​ມາດຖານ​​ແຫ່ງ​ຊາດ​ໃຫ້​ກົ​ມກ່ຽວ​ກັບ​ມາດຖານສາກົນທີ່​ກ່ຽວຂ້ອງ, ບັນດາ​ຂໍ້​ຕົງ​ລົງ​ຮັບ​ຮູ້​ເຊິ່ງກັນ ​ແລະ ກັນ (MRA) ​ແນ​ໃສ່ລົບລ້າ​ງຮົ້ວ​ກີດຂວາງ​ສຳລັບ​ດ້ານ​ການ​ຄ້າ ​ແລະ ຮັບປະກັນ​ໃຫ້ການ​ຜະລິດ​ສິນຄ້າ, ການ​ບໍລິການ, ການ​ລົງທຶນ ​ແລະ ​ເງິນ​ທຶນ ມີ​ຄວາມ​ສະດວກ​ໃນ​ພາກ​ພື້ນ.
ຂ່າວ/ບົດ​ອື່ນ