ອາຊຽນ ແລະ FIFA ປຸກລະດົມບັ້ນເຄື່ອນໄຫວປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

(VOVWORLD) - ປະຊາຊົນ ອາຊຽນ ຄວນມີຄວາມຕັດສິນໃຈ, ມີລະບຽບວິໄນ ແລະ ຈິດໃຈຮ່ວມກັນ ເພື່ອຕ້ານໄວຣັດ SARS-CoV-2 ໃຫ້ຖອຍໄປ ແລະ ມີສຸຂະພາບແຂງແຮງ.
ອາຊຽນ ແລະ FIFA ປຸກລະດົມບັ້ນເຄື່ອນໄຫວປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 - ảnh 1 ອາຊຽນ ແລະ FIFA ປຸກລະດົມບັ້ນເຄື່ອນໄຫວປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 (ພາບ: asean.org)

  ວັນທີ 05 ຕຸລາ, ອາຊຽນ ແລະ ສະຫະພັນບານເຕະສາກົນ (FIFA) ໄດ້ປຸກລະດົມບັ້ນເຄື່ອນໄຫວ FiveSteps (5 ບາດ) ແນໃສ່ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ຄະນະເລຂາ ອາຊຽນ ໃຫ້ຮູ້ວ່າ: FiveSteps ແມ່ນບັ້ນເຄື່ອນໄຫວໂຄສະນາທີ 2 ໂດຍ ອາຊຽນ ແລະ FIFA ສົມທົບກັນປະຕິບັດ ເພື່ອຍົກສູງສະຕິຄວາມຮັບຮູ້ລວມ, ຊຸກຍູ້ວິຖີຊີວິດທີ່ປອດໃສ ແລະ ຂະຫຍັນຂັນເຄື່ອນໃນສະພາບການໂລກລະບາດໂຄວິດ-19.

        ໜຶ່ງໃນບັນດາສານຕົ້ນຕໍ ຂອງບັ້ນເຄື່ອນໄຫວດັ່ງກ່າວແມ່ນ “ປະຊາຊົນ ອາຊຽນ ຄວນມີຄວາມຕັດສິນໃຈ, ມີລະບຽບວິໄນ ແລະ ຈິດໃຈຮ່ວມກັນ ເພື່ອຕ້ານໄວຣັດ SARS-CoV-2 ໃຫ້ຖອຍໄປ ແລະ ມີສຸຂະພາບແຂງແຮງ. ພ້ອມກັນນັ້ນ, ອາຊຽນ ຈະຍາດໄດ້ໄຊຊະນະໃນການສູ້ຮົບທີ່ຫຍຸ້ງຍາກນີ້”.   

ຕອບກັບ

ຂ່າວ/ບົດ​ອື່ນ