ອາ​ຊຽນ ແລະ ການ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ວັນທີ 26 ພຶດສະພາ, ມະຫາວິທະຍາໄລວິທະຍາສາດ ສັງຄົມ ແລະ ມະນຸດສາດ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ) ໄດ້ສົມທົບກັບ ອົງການ Konrad Adenauer Stiftung (ເຢຍລະມັນ) ດຳເນີນການໂອ້ລົມສົນທະນາທາງອອນລາຍ ດ້ວຍຫົວຂໍ້ “ອາຊຽນ ແລະ ການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19”.
ອາ​ຊຽນ ແລະ ການ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານນາງ Caitlin Wiesen, ຫົວໜ້າຄະນະຜູ້ຕາງໜ້າ ອົງການພັດທະນາ ສປຊ ປະຈຳ ຫວຽດນາມ  (ພາບ: TTXVN)

ທີ່ການໂອ້ລົມສົນທະນາດັ່ງກ່າວ, ນັກຊ່ຽວຊານສາກົນ ແລະ ພາຍໃນປະເທດຫຼາຍທ່ານໄດ້ໄຈ້ແຍກກ່ຽວກັບບັນດາຜົນກະທົບທີ່ແຕກຕ່າງກັນຂອງໂລກລະບາດໂຄວິດ - 19 ສຳລັບບັນດາປະເທດໃນ ອາຊຽນ, ວິທີການຮັບມືກັບໂລກລະບາດຂອງບັດນາປະເທດ, ການຮ່ວມມືໃນ ອາຊຽນ ໃນການຮັບມືກັບໂລກລະບາດ. ຕາມບັນດານັກຊ່ຽວຊານແລ້ວ, ເພື່ອຄວບຄຸມໂລກລະບາດໂຄວິດ - 19 ໃຫ້ໄດ້ນັ້ນ, ບັນດາປະເທດ ອາຊຽນ ຕ້ອງມຸ່ງໄປເຖິງການສຳຜັດກັບແຫຼ່ງວັກຊິນແຕກຕ່າງກັນ ເພື່ອຜັນຂະຫຍາຍການສັກວັກຊິນໃນວົງກວ້າງ, ມຸ່ງໄປເຖິງການສ້າງພູມຕ້ານທານໃນວົງຄະນະຍາດໃນປີ 2022; ຊອກຫາບັນດາມາດຕະການຮັບມື, ບ້ວງເງິນຊ່ວຍເຫຼືອເສດຖະກິດ ແລະ ຫວັງວ່າ ຈະຍົກເລີກບັນດາມາດຕະການປິດປະຕູ, ແຍກຫ່າງສັງຄົມ, ຟື້ນຟູບັນດາການເຄື່ອນໄຫວເສດຖະກິດໃນໄລຍະອັນບໍ່ໄກນີ້.


ຕອບກັບ

ຂ່າວ/ບົດ​ອື່ນ