ອາ​ຊຽນ ແລະ ກາ​ນາ​ດາ ຢັ້ງ​ຢືນ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ນັບ​ມື້​ນັບ​ພັດ​ທະ​ນາ

(VOVWORLD) -  ວັນທີ 11 ເມສາ, ຢູ່ Ottawa, ທ່ານນາງລັດຖະມົນຕີການຕ່າງປະເທດ ການາດາ Melanie Joly ໄດ້ມີການພົບປະກັບທ່ານ Michael Tene, ຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບປະຊາຄົມ ຄວາມໝັ້ນຄົງ - ການເມືອງ ອາຊຽນ ແລະ ຄະນະກຳມະການບັນດາອົງການຕາງໜ້າປະຈຳ ອາຊຽນ (CPR).
ອາ​ຊຽນ ແລະ ກາ​ນາ​ດາ ຢັ້ງ​ຢືນ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ນັບ​ມື້​ນັບ​ພັດ​ທະ​ນາ - ảnh 1ທ່ານນາງ ລັດຖະມົນຕີການຕ່າງປະເທດ ການາດາ Melanie Joly (ພາບ: AFP/TTXVN)

ທ່ານລັດຖະມົນຕີການຕ່າງປະເທດ ການາດາ ແລະ ອາຊຽນ  CPR ຮັບຮູ້ບັນດາການປະກອບສ່ວນສຳຄັນຂອງ ການາດາ ໃນ 3 ເສົາຄ້ຳຂອງປະຊາຄົມ ອາຊຽນ, ລວມທັງທຶນການສຶກສາ ການາດາ - ອາຊຽນ ແລະ ແລກປ່ຽນການສຶກສາເພື່ອການພັດທະນາ; ໜູນຊ່ວຍຢ່າງແຮງເພື່ອຊຸກຍູ້ໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ໂດຍຜ່ານເວທີປາໄສພາກພື້ນ ອາຊຽນ ແລະ ຮ່ວມມືພັດທະນາ; ແລະ ການເຈລະຈາມຸ່ງໄປເຖິງສັນຍາການຄ້າເສລີ ອາຊຽນ - ການາດາ.

        ທ່ານນາງ ລັດຖະມົນຕີການຕ່າງປະເທດ ການາດາ Melanie Joly ເນັ້ນໜັກຄຳໝັ້ນສັນຍາຂອງ ການາດາ ສຳລັບພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ, ເປີດກວ້າງ ແລະ ກວມລວມ, ແບ່ງປັນວິໄສທັດຂອງລັດຖະບານ ການາດາ ກ່ຽວກັບຍຸດທະສາດ ມະຫາສະໝຸດ ອິນເດຍ - ປາຊີຟິກ ຮອບດ້ານ. ຍຸດທະສາດ ຂອງ Ottawa ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ ອາຊຽນ, ປະກອບສ່ວນເຮັດໃຫ້ສາຍພົວພັນທາງການທູດ, ເສດຖະກິດ ແລະ ປ້ອງກັນຊາດເລິກເຊິ່ງກວ່າ. ແລະ ຊຸກຍູ້ບັນດາເປົ້າໝາຍພັດທະນາແບບຍືນຍົງໃນຂົງເຂດ. ອາຊຽນ CPR ຊົມເຊີຍຂໍ້ສະເໜີຄູ່ຮ່ວມມືຍຸດທະສາດຂອງ ການາດາ ແລະ ຢາກພັດທະນາການຮ່ວມມືໃນຂອບເຂດແງ່ຫວັງ ອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ.


ຕອບກັບ

ຂ່າວ/ບົດ​ອື່ນ