ອາຊຽນ ແລະ ການາດາ ເພີ່ມທະວີການຮ່ວມມື


ອາຊຽນ ແລະ ການາດາ ເພີ່ມທະວີການຮ່ວມມື - ảnh 1
(ພາບ: asean.org)

(vovworld) - ວັນ​ທີ 10/04, ຢູ່​ສຳນັກງານ​ຄະນະ​ເລຂາ​ອາ​ຊຽນ ຢູ່​ນະຄອນຫຼວງ ຢາ​ກາກ​ຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໄດ້​ດຳ​ເນີນກອງ​ປະຊຸມ​ຄັ້ງ​ທີ 2 ຄະນະກຳມະການ​ປະສານ​ງານ​ລວມອາ​ຊຽນ - ກາ​ນາ​ດາ (AC - JCC) ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ປະທານ​ຮ່ວມ, ​ເອກ​ອັກຄະ​ລັດຖະທູດ - ຫົວ​ໜ້າ​ຄະນະ​ຜູ້ຕາງໜ້າ​ປະຈຳສິງກະ​​ໂປຢູ່​ອາ​ຊຽນ Tan Hung Seng ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ - ຫົວ​ໜ້າ​ຄະນະ​ຜູ້ຕາງໜ້າ​ປະຈຳກາ​ນາ​ດາ ຢູ່​ອາ​ຊຽນ Donald Bobisah. ກອງ​ປະຊຸມ​ໄດ້​ສຸມ​ໃສ່​ພິຈາລະນາ ​ແລະ ຕີ​ລາຄາ​ຄວາມ​ຄືບ​ໜ້າ​ຂອງການ​ປະຕິບັດ​ແຜນການ​ເຄື່ອນ​ໄຫວ (POA) ​ໃນ​ຂອບ​ເຂດ​ການ​ຜັນ​ຂະຫຍາຍ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ອາ​ຊຽນ - ກາ​ນາ​ດາ ​ໄລຍະ 2010 – 2015. 2 ຝ່າຍ​ຢືນຢັນ​ຄວາມ​ສຳຄັນ​ໃນ​ການ​ສືບ​ຕໍ່​ປະຕິບັດ POA ຢ່າງ​ມີ​ປະສິດທິ​ຜົນ, ພ້ອມ​ທັງ​ເປັນ​ເອກະ​ພາບສືບ​ຕໍ່​ເປີດ​ກວ້າງ​ ​ແລະ ​ເພີ່ມ​ທະວີການ​ຮ່ວມ​ມື​ໃນ​ບາງ​ຂົງ​ເຂດ​ຄື: ອາດຊະຍາ​ກຳ​ຂ້າມ​ຊາດ, ສິດ​ຂອງ​ມະນຸດ, ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້​ອຍ, ​ເຕັກ​ໂນ​ໂລ​ຊີ ​ແລະ ການປ່ຽນ​ໃໝ່....

ຂ່າວ/ບົດ​ອື່ນ