ອາຊຽນ ແລະ ຈີນ ຈະຈັດການປະຊຸມ ເພື່ອຍູ້ໄວວິວັດການ ສ້າງ COC

ອາຊຽນ  ແລະ ຈີນ ຈະຈັດການປະຊຸມ ເພື່ອຍູ້ໄວວິວັດການ ສ້າງ COC - ảnh 1
ທ່ານ​ Marty Natalegawa

(ພາບ:vietnam.vn)

(vovworld)-  ວັນ​ທີ 11/4, ທ່ານ​ Marty Natalegawa ລັດຖະມົນຕີການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ: ບັນດາ​ທ່ານລັດຖະມົນຕີການ​ຕ່າງປະ​ເທດ​ອາ​ຊຽນ ​ແລະ ຈີນ ຈະ​ຈັດການ​ປະຊຸມ​ພິ​ເສດ​ເພື່ອ​ແນ​ໃສ່​ຍູ້​ໄວ​ວິວັດ​ທະນະ​ການ​ສ້າງ​ປະມວນ​ຫຼັກການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ທີ່​ກອງ​ປະຊຸມລັດຖະມົນຕີການ​ຕ່າງປະ​ເທດ​ອາ​ຊຽນ ຢູ່​ບຣູ​ໄນ, ທ່ານ Marty Natalegawa  ​ໃຫ້​ຮູ້​ວ່າ: ການ​ພົບປະຄັ້ງນີ້​ໂດຍ​ຝ່າຍ​ຈີນ ສະ​ເໜີ ​ແລະ ທຸກ​ປະ​ເທດ​ອາ​ຊຽນ ​​ຕົກລົງ​ຈະເຂົ້າຮ່ວມ.

   ວັນ​ທີ 11/4, ​ໃນ​ໂອກາດ​ອັດ​ກອງ​ປະຊຸມ​ຂັ້ນລັດຖະມົນຕີການ​ຕ່າງປະ​ເທດ​ອາ​ຊຽນ ຢູ່​ບຣູ​ໄນ, ຕອບ​ສຳ​ພາດ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານຟ້າ​ມກວາງ​ວິ​ງ, ຮອງລັດຖະມົນຕີການ​ຕ່າງປະ​ເທດ​ຫວຽດນາມ ຢືນຢັນ​ວ່າ: ​ໄປ​ຄຽງ​ຄູ່​ກັບ​ການ​ແລກປ່ຽນ​ທິດ​ທາງ ​ແລະ ຈຸດ​ສຸມ​​ໃຫ້​ບຸລິມະສິດ​ຂອງ​ອາ​ຊຽນ ​ໃນ​ປີ​ນີ້, ກໍ່​ຄື​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ຕ່າງ​ມີ​ຄວາມ​ສົນ​ໃຈນັ້ນ, ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ເນື້ອ​ໃນ​ທີ່ບັນດາ​ທ່ານລັດຖະມົນຕີການ​ຕ່າງປະ​ເທດ​​ໄດ້​ສະຫງວນ​ເວລາ​ຫຼາຍ​ເພື່ອ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ຄັ້ງນີ້. ບັນດາ​ທ່ານລັດຖະມົນ ຕີການ​ຕ່າງປະ​ເທດອາ​ຊຽນ ​ໄດ້​ເນັ້ນໜັກ​ບັນດາ​ທັດ​ທະນະ ​ແລະ ຫຼັກການ​ລວມຂອງ​ອາ​ຊຽນ ​ແລະ ​ເຫັນ​ດີ​ເຫັນ​ພ້ອມ, ສະໜັບສະໜູນ​ປະທານ​ອາ​ຊຽນ ບຣູ​ໄນ ອອກ​ແຈ້ງ​ການ​ໜັງ​ສຶພິມ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

   ທ່ານຮອງ​ລັດຖະມົນຕີ​ຟ້າ​ມກວາງ​ວິ​ງ ຢືນຢັນ​ວ່າ: ຫວຽດນາມ ​ແບ່ງປັນ ​ແລະ ຈະ​ສົມທົບ​ກັບປະທານ​ບຣູ​ໄນ, ປະ​ເທດ​ປະສານ​ງານ​ໄທ ​ແລະ ທຸກໆ​ປະ​ເທດ​ອາ​ຊຽນ ຢ່າງ​ແໜ້ນ​ແຟ້ນ, ຜ່ານ​ນັ້ນ, ຮັບປະກັນສຽງ​ເວົ້າລວມຂອງອາ​ຊຽນ ​​ແລະ ບົດບາດ​ເປັນ​ເຈົ້າພາທາງ​ຂອງ​ຕົນໄດ້ ກໍ່​ຄືປະຕິບັດ​ບັນດາ​ຈຸດໝາຍ ​ແລະ ຫຼັກການ​ລວມຂອງ​ອາ​ຊຽນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ມີ​ປະສິດທິ​ຜົນ, ​ໂດຍ​ສະ​ເພາະ​ແມ່ນສະໜັບສະໜູນ​ຖະ​ແຫຼ​ງການຂອງ​ອາ​ຊຽນ ລວມມີ 6 ຫຼັກການ.

ຂ່າວ/ບົດ​ອື່ນ