ອາຊຽນ ແລະ ຈີນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ

ອາຊຽນ ແລະ ຈີນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1
ພາບປະກອບ ຈາກ ອິນເຕີເນັດ

(vovworld) – ວັນ​ທີ 6/8, ຢູ່​ສຳນັກງານ​ຄະນະເລຂາ​ອາ​ຊຽນ ທີ່​ນະຄອນຫຼວງ Jakata ປະ​ເທດ ອິນ​ໂດ​ເນ​ເຊຍ, ​ເອກ​ອັກຄະ​ລັດຖະທູດ - ຫົວໜ້າ​ຄະນະ​ຜູ້ຕາງໜ້າປະຈຳການ ຈີນ ປະຈຳ ອາ​ຊຽນ ​ທ່ານ​ນາງ ຢ່າງ​ສຽວ​ຜິງ ​ໄດ້​ຢືນ​ສານ​ຕາ​ຕັ້ງ​ຕໍ່ ​ທ່ານເລຂາທິການ​ໃຫຍ່ ອາ​ຊຽນ Surin Pitsuwan, ​ເລີ່​ມຕົ້ນ​ປະຕິບັດໜ້ທີ່​ໃນ​ຖານະ​ເປັນ​ເອກ​ອັກຄະ​ລັດຖະທູດ​ປະຈຳການ​ຜູ້ທຳ​ອິດ​ຂອງ​ຈີນ ຢູ່ ອາ​ຊຽນ ຢ່າງ​ເປັນ​ທາງ​ການ. ທີ່​ພິທີ​ຍື່ນ​ສານ​ຕາ​ຕັ້ງ, ທ່ານເລຂາທິການ​ໃຫຍ່ ອາ​ຊຽນ Surin Pitsuwan ​ແລະ ທ່ານນາງ​ເອກ​ອັກຄະ​ລັດຖະທູ​ດ ຢ່າງ​ສຽວ​ຜິງ ​ໄດ້​ປຶກສາ​ຫາລື ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື ອາ​ຊຽນ - ຈີນ, ​ໃຫ້​ຄຳ​ໝັ້ນ​ສັນຍາສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ແນ​ໃສ່​ເພີ່​ມທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ຝ່າຍ. ທ່ານ​ນາງ ຢ່າງ​ສຽວ​ຜິງ​ ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ເປັນ​ເອກ​ອັກຄະ​ລັດຖະທູດ​ປະຈຳການ​ຜູ້​ທຳ​ອິດ​ຂອງ​ຈີນ ປະຈຳ ອາ​ຊຽນ, ພ້ອມ​ທັງ​​ເນັ້ນ​ໜັກ​ວ່າ ຄະນະ​​ຂອງ ຈີນ “ຈະ​ປະຕິບັດ​ໜ້າ​ທີ່​​ເປັນ​ຂົວ​ເຊື່ອມ​ຕໍ​ພົວພັນ, ​ສຳພັນ​ຮ່ວມ​ມື, ​ເປັນ​ທູດ​ຂອງ​ນ້ຳ​ໃຈ​ມິດ​ຕະພາບ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ຈີນ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່”. ທ່ານເລຂາທິການ​ໃຫຍ່ ອາ​ຊຽນ Surin Pitsuwan ​ໃຫ້​ຮູ້​ວ່າ: ອາ​ຊຽນ ປາດ​ຖະໜາ​ຢາກ​ສົງ​ເສີມ ຈີນ ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ ອາ​ຊຽນ, ບົນ​ພື້ນຖານ​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ ກ່ຽວ​ກັບ​ວົງ​ເງິນ​ການ​ຄ້າ​ລະຫວ່າງ ອາ​ຊຽນ ​ແລະ ຈີນ ຄວນ​ລົງທຶນ​ໂດຍ​ກົງ​​ເຂົ້າ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ.

 

ຂ່າວ/ບົດ​ອື່ນ