ອາ​ຊຽນ ແລະ ຈີນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ COC ສະ​ບັບ​ທີ 2

(VOVWORLD) -   ວັນທີ 18 ຕຸລາ, ທ່ານ Dato Lim Jock Hoi ເລຂາທິການໃຫຍ່ ອາຊຽນ ໃຫ້ຮູ້ວ່າ ອາຊຽນ ແລະ ຈີນ ພວມປຶກສາຫາລືກ່ຽວກັບການສ້າງຮ່າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ສະບັບທີ 2.
ອາ​ຊຽນ ແລະ ຈີນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ COC ສະ​ບັບ​ທີ 2 - ảnh 1ທ່ານ Dato Lim Jock Hoi ເລຂາທິການໃຫຍ່ ອາຊຽນ (ພາບ: ສຳນັກຂ່າວສານ ຊິນຮວາ)

ກ່າວຄຳເຫັນທີ່ກອງປະຊຸມທາງໄກ ໃນຂອບເຂດກອງປະຊຸມໂຕະມົນຄັ້ງທີ 11 ໂດຍສະຖາບັນຄົ້ນຄວ້າເສດຖະກິດ ອາຊຽນ ແລະ ອາຊີຕາເວັນອອກ (ERIA) ແລະ ໜັງສືພິມ Khmer Times ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ພະນົມເປັນ, ທ່ານ Dato Lim Jock Hoi ເລຂາທິການໃຫຍ່ ອາຊຽນ ຊີ້ແຈ້ງວ່າ ສອງຝ່າຍໄດ້ສ້າງສຳເລັດຮ່າງ COC ສະບັບທຳອິດ ແລະ ກຳລັງກ້າວໄປເຖິງການສ້າງຮ່າງ COC ສະບັບທີ 2.  ຕາມທ່ານ Dato Lim Jock Hoi ແລ້ວ,  ອາຊຽນ ແລະ ຈີນ ຫວັງວ່າ  ການເຈລະຈາກ່ຽວກັບ COC ຈະສືບຕໍ່ປະຕິບັດຕາມສະພາບການຕົວຈິງ. ທ່ານເນັ້ນໜັກວ່າ ການເຈລະຈາຄັ້ງຕ່າງໆ ກຳລັງດຳເນີນ ແລະ ຫວັງວ່າ ຈະດຳເນີນໄປຢ່າງວ່ອງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ