ອາຊຽນ ແລະ ຈີນ ສືບຕໍ່ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ

(VOVWORLD) -DOC ແມ່ນເອກະສານສຳຄັນທຳອິດເຊິ່ງໄດ້ຮັບການລົງນາມລະຫວ່າງ ອາຊຽນ ແລະ ປະເທດຄູ່ຮ່ວມມື, ປະກອບສ່ວນຊຸກຍູ້ສັນຕິພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືລະຫວ່າງ ອາຊຽນ ແລະ ຈີນ
ອາຊຽນ ແລະ ຈີນ ສືບຕໍ່ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ - ảnh 1ຝ່າຍ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳ
(ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ວັນທີ 25 ກໍລະກົດ, ຢູ່ ຈີນ, ກະຊວງການຕ່າງປະເທດ ຈີນ ສົມທົບກັບສະຖາບັນຄົ້ນຄວ້າຂອງ ຈີນ ຈຳນວນໜຶ່ງ ຈັດກອງປະຊຸມສຳມະນາສະເຫຼີມສະຫຼອງ 20 ປີແຫ່ງຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) (2002 – 2022) ແບບທາງໄກ. ເຂົ້າຮ່ວມກອງປະຊຸມສຳມະນາມີບັນດາລັດຖະມົນຕີ, ອະດີດລັດຖະມົນຕີການຕ່າງປະເທດ ອາຊຽນ, ໂດຍສະເພາະແມ່ນບັນດາຜູ້ເຂົ້າຮ່ວມການເຊັນ DOC ປີ 2002, ກໍຄືນັກຮຽນຮູ້ທີ່ມາຈາກ ຈີນ ແລະ ບັນດາປະເທດ ອາຊຽນ. ຝ່າຍ ຫວຽດນາມ ມີທ່ານ ຫງວຽນຢີນຽນ, ອະດີດລັດຖະມົນຕີການຕ່າງປະເທດ ທ່ານ ຫງວຽນແມ້ງດົງ, ຮອງຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ຫວຽດນາມ ເຂົ້າຮ່ວມ.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນຢີນຽນ, ອະດີດລັດຖະມົນຕີການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ DOC ແມ່ນເອກະສານສຳຄັນທຳອິດເຊິ່ງໄດ້ຮັບການລົງນາມລະຫວ່າງ ອາຊຽນ ແລະ ປະເທດຄູ່ຮ່ວມມື, ປະກອບສ່ວນຊຸກຍູ້ສັນຕິພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືລະຫວ່າງ ອາຊຽນ ແລະ ຈີນ; DOC ຢືນຢັນຄືນໃໝ່ຄວາມເຄົາລົບ ແລະ ຄຳໝັ້ນສັນຍາຂອງບັນດາຝ່າຍສຳລັບຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນຍອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ສອດຄ່ອງກັບກົດໝາຍສາກົນ, ລວມທັງ UNCLOS 1982.

        ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ຖືວ່າ, ອາຊຽນ ແລະ ຈີນ ຄວນສືບຕໍ່ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ຮັກສາສະພາບແວດລ້ອມທີ່ສະດວກໃຫ້ແກ່ການເຈລະຈາ COC - ເຊິ່ງແມ່ນໜຶ່ງໃນບັນດາຄຳໝັ້ນສັນຍາໃນຂອງເຂດ DOC. ອາຊຽນ ແລະ ຈີນ ຕ້ອງມານະພະຍາຍາມ, ຮ່ວມມືກັນຫຼາຍຢ່າງອີກໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ຜ່ານການປະຕິບັດຄວາມລະງັບໃຈດ້ວຍຕົນເອງ, ບໍ່ມີການກະທຳທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເຄົາລົບສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາຝ່າຍ ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນ UNCLOS 1982.

ຕອບກັບ

ຂ່າວ/ບົດ​ອື່ນ