ອາຊຽ​ນ ແລະ ຈີນ​ຍົກ​ສູງ​ການ​ພົວ​ພັນ​ຂຶ້ນ​ສູ່​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບ​ດ້ານ

(VOVWORLD) -ອາຊຽນ ແລະ ຈີນ ໄດ້ເຫັນດີເປັນເອກະພາບຍົກການພົວພັນສອງຝ່າຍ ຂຶ້ນສູ່ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ອາຊຽ​ນ ແລະ ຈີນ​ຍົກ​ສູງ​ການ​ພົວ​ພັນ​ຂຶ້ນ​ສູ່​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບ​ດ້ານ - ảnh 1ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

 ພາຍຫຼັງກອງປະຊຸມສຸດຍອດ ຈີນ - ອາຊຽນຄັ້ງທີ 27, ຖະແຫຼງການ ປະທານໄດ້ເອົາລົງ ໃນເວັບໄຊທາງການຂອງ ອາຊຽນ ໃນວັນທີ 28 ຕຸລາ ໂດຍຊີ້ແຈ້ງວ່າ ສອງຝ່າຍໄດ້ເຫັນດີເປັນເອກະພາບສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ອາຊຽນ ກັບ ຈີນ ຢ່າງມີຄວາມໝາຍ, ແທດຈິງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຖະແຫຼງການກໍ່ໃຫ້ຮູ້ວ່າ ສອງຝ່າຍ ໄດ້ເນັ້ນໜັ້ກເຖິງຄວາມສຳຄັນຂອງ ການຮ່ວມມືຢ່າງແໜ້ນແຟ້ນ ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19, ກໍ່ຄືຊຸກຍູ້ການຟື້ນຟູ ແລະ ການເຕີບໂຕຢູ່ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ