ອາ​ຊຽນ ແລະ ຍີ່​ປຸ່ນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ ກົດ​ໝາຍ ແລະ ຕຸ​ລາ​ການ

(VOVWORLD) - ທ່ານ Ken Saito ໃຫ້ຄຳໝັ້ນສັນຍາວ່າ ກະຊວງຍຸຕິທຳ ຍີ່ປຸ່ນ ຈະສວມບົດບາດນຳໜ້າໃນກາຊຸກຍູ້ ແລະ ຮັກສາບັນດາຄຸນຄ່າພື້ນຖານຜ່ານບັນດາການປຶກສາຫາລື.
ອາ​ຊຽນ ແລະ ຍີ່​ປຸ່ນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ ກົດ​ໝາຍ ແລະ ຕຸ​ລາ​ການ - ảnh 1ກອງປະຊຸມລັດຖະມົນຕີກະຊວງຍຸຕິທຳພິເສດ ອາຊຽນ - ຍີ່ປຸ່ນ (ພາບ: VOV)

ວັນທີ 6 ກໍລະກົດ, ກອງປະຊຸມລັດຖະມົນຕີກະຊວງຍຸຕິທຳພິເສດ ອາຊຽນ - ຍີ່ປຸ່ນ ໄດ້ດຳເນີນຢູ່ນະຄອນຫຼວງ ໂຕກຽວ (ປະເທດຍີ່ປຸ່ນ) ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມື ອາຊຽນ - ຍີ່ປຸ່ນເພື່ອຊຸກຍູ້ອຳນາດກົດໝາຍ: ມຸ່ງໄປເຖິງໄລຍະໃໝ່ພາຍຫຼັງ 50 ປີແຫ່ງການຮ່ວມມື ແລະ ມິດຕະພາບ”. ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ Ken Saito ໄດ້ຢັ້ງຢືນວ່າ ການເພີ່ມທະວີການຮ່ວມມືກັບ ອາຊຽນ ແມ່ນບັນຫາຮີບດ່ວນສຳລັບຍີ່ປຸ່ນ, ພິເສດແມ່ນໃນສະພາບການອາຊຽນ ພວມນັບມື້ນັບກາຍເປັນພາກພື້ນທີ່ສຳຄັນຕໍ່ສັນຕິພາບ, ວັດທະນາຖາວອນ ແລະ ການເຕີບໂຕ. ການຈັດຕັ້ງ AJSMJ 2023 ເປັນການສະແດງໃຫ້ເຫັນຄວາມຫວັງ ແລະ ຄວາມໄວ້ເນື້ອເຊື່ອໃຈຢູ່ລະດັບສູງຂອງ ອາຊຽນ ຕໍ່ຂໍ້ລິເລີ່ມຂອງ ຍີ່ປຸ່ນ. ທ່ານ Ken Saito ໃຫ້ຄຳໝັ້ນສັນຍາວ່າ ກະຊວງຍຸຕິທຳ ຍີ່ປຸ່ນ ຈະສວມບົດບາດນຳໜ້າໃນກາຊຸກຍູ້ ແລະ ຮັກສາບັນດາຄຸນຄ່າພື້ນຖານຜ່ານບັນດາການປຶກສາຫາລື ແລະ ບັນລຸຄວາມເຫັນດີເຫັນພ້ອມຕໍ່ບັນດາເອກະສານກ່ຽວກັບໝາກຜົນ ຢູ່ AJSMJ.

ຕອບກັບ

ຂ່າວ/ບົດ​ອື່ນ