ອາ​ຊຽນ ແລະ ບັນ​ດາ​ປະ​ເທດຢູ່​ໝູ່​ເກາະ ປາ​ຊີ​ຟິກ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ແຮງ​ງານ ກັບ ອົດ​ສະ​ຕາ​ລີ

(VOVWORLD) -ບັນດາຫົວໜ້າອົງການຕາງໜ້າໄດ້ເຫັນດີເປັນເອກະພາບເພີ່ມທະວີການພົວພັນແລກປ່ຽນ, ພົບປະເປັນປະຈຳ ເພື່ອແລກປ່ຽນ, ຮ່ວມມືກັນ ບໍ່ພຽງແຕ່ໃນບັນຫາແຮງງານເທົ່ານັ້ນຫາກຍັງໃນຫຼາຍຂົງເຂດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ອີກດ້ວຍ, ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມື ໃຕ້ - ໃຕ້ ແລະ ຢູ່ບັນດາເວທີປາໄສຂອງ ສປຊ.
ອາ​ຊຽນ ແລະ ບັນ​ດາ​ປະ​ເທດຢູ່​ໝູ່​ເກາະ ປາ​ຊີ​ຟິກ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ແຮງ​ງານ ກັບ ອົດ​ສະ​ຕາ​ລີ - ảnh 1ຫົວໜ້າອົງການຕາງໜ້າບັນດາປະເທດ ອາຊຽນ ປະຈຳ Canberra ແລະ ບັນດາປະເທດຢູ່ໝູ່ເກາະ ປາຊີຟິກ ເຂົ້າຮ່ວມກອງປະຊຸມ (ພາບ: ສະຖານທູດ ຫວຽດນາມ ປະຈຳ Canberra)

ວັນທີ 10 ສິງຫາ, ຢູ່ນະຄອນຫຼວງ Canberra ປະເທດ ອົດສະຕາລີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນເຕິດແທັງ ປະທານຄະນະກຳມະການອາຊຽນ ປະຈຳ Canberra, ເປັນປະທານກອງປະຊຸມລະຫວ່າງ ຫົວໜ້າອົງການຕາງໜ້າບັນດາປະເທດ ອາຊຽນ ປະຈຳ Canberra ແລະບັນດາປະເທດຢູ່ໝູ່ເກາະ ປາຊີຟິກ ເພື່ອແນໃສ່ແລກປ່ຽນກ່ຽວກັບບັນຫາແຮງງານ. ທີ່ກອງປະຊຸມ, ສອງຝ່າຍໄດ້ສະແດງຄວາມຫວັງຢາກບັນດາໂຄງການຮ່ວມມືແຮງງານ ກັບ ອົດສະຕາລີ ໃນປັດຈຸບັນ ແລະ ອະນາຄົດ ຈະສົມທົບຢ່າງແໜ້ນແຟ້ນ ແລະ ມີຜົນກະທົບໜູນຊ່ວຍເຊິ່ງກັນແລະກັນ, ປະກອບສ່ວນເຂົ້າໃນການປັບປຸງການພົວພັນລະຫວ່າງ ອາຊຽນ ແລະບັນດາປະເທດຢູ່ໝູ່ເກາະ ປາຊີຟິກ ເວົ້າລວມ.

ບັນດາຫົວໜ້າອົງການຕາງໜ້າໄດ້ເຫັນດີເປັນເອກະພາບເພີ່ມທະວີການພົວພັນແລກປ່ຽນ, ພົບປະເປັນປະຈຳ ເພື່ອແລກປ່ຽນ, ຮ່ວມມືກັນ ບໍ່ພຽງແຕ່ໃນບັນຫາແຮງງານເທົ່ານັ້ນຫາກຍັງໃນຫຼາຍຂົງເຂດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ອີກດ້ວຍ, ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມື ໃຕ້ - ໃຕ້ ແລະ ຢູ່ບັນດາເວທີປາໄສຂອງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ