ອາ​ຊຽນ ແລະ ລັດ​ເຊຍ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ແລະ ມີປະ​ສິດ​ທິ​ຜົ​ນ

(VOVWORLD) - ການຄ້າສອງສົ້ນລະຫວ່າງ ອາຊຽນ ແລະ ລັດເຊຍ ນັບມື້ນັບເພີ່ມຂຶ້ນ, ໂດຍບັນລຸໄດ້ 16,79 ຕື້ USD ໃນ ປີ 2017 ແລະ FDI ຂອງ ລັດເຊຍ ທີ່ລົງທຶນເຂົ້າ ອາຊຽນ ບັນລຸໄດ້ 47,72 USD.
ອາ​ຊຽນ ແລະ ລັດ​ເຊຍ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ແລະ ມີປະ​ສິດ​ທິ​ຜົ​ນ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການຮ່ວມມືລວມ ລະຫວ່າງ ອາຊຽນ - ລັດເຊຍ(ພາບ: ຄະນະປະຕິບັດງານ ຫວຽດນາມ ປະຈຳ ອາຊຽນ).

ວັນທີ 2 ເມສາ, ຢູ່ສຳນັກງານຄະນະເລຂາທິການ ອາຊຽນ ຢູ່ຈາກາຕາ  ປະເທດອິນໂອເນເຊຍ, ໄດ້ດຳເນີນກອງປະຊຸມຂັ້ນເອກອັກຄະລັດຖະທູດຄັ້ງທີ 17 ຂອງ ຄະນະກຳມະການຮ່ວມມືລວມ ລະຫວ່າງ ອາຊຽນ - ລັດເຊຍ (ARJCC) ເພື່ອແນໃສ່ສຳຫຼວດກວດກາຄືນ ແລະ ແລກປ່ຽນບັນດາມາດຕະການຊຸກຍູ້ການຜັນຂະຫຍາຍບັນດາໂຄງການ ແລະ ການເຄື່ອນໄຫວຮ່ວມມື ລະຫວ່າງ ອາຊຽນ - ລັດເຊຍ.

        ທີ່ກອງປະຊຸມ, ບັນດາປະເທດອາຊຽນ ແລະ ລັດເຊຍ ໄດ້ຕີລາຄາສູງການຍົກລະດັບການພົວພັນ ອາຊຽນ - ລັດເຊຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນເດືອນ ພະຈິກ ປີ 2018 ແລະ ຮັບຮູ້ບັນດາໝາກຜົນ ທີ່ບັນລຸໄດ້ຢ່າງຕັ້ງໜ້າໃນບັນດາຂົງເຂດການຮ່ວມມືໃນປີ ທີ່ຜ່ານມາ.

        ໃນການຜັນຂະຫຍາຍແຜນການ ກະທຳຢ່າງຮອບດ້ານ ອາຊຽນ - ລັດເຊຍ ໄລຍະປີ 2016 – 2020, ໄດ້ມີ 79 ໃນຈຳນວນ 139 ການກະທຳໄດ້ຮັບການປະຕິບັດໃນບັນດາຂົງເຂດຄື: ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ, ການເຊື່ອມຕໍ່ ແລະຮັດແຄບຊ່ອງວ່າງການພັດທະນາ. ບັນດາການເຄື່ອນໄຫວ, ໂຄງການຮ່ວມມືລະຫວ່າງສອງຝ່າຍໄດ້ຮັບການຜັນຂະຫຍາຍຜ່ານກອງທຶນການເງິນຄູ່ຮ່ວມມື ເຈລະຈາ ອາຊຽນ - ລັດເຊຍ, ດ້ວຍການປະກອບສ່ວນ ຈາກ ລັດເຊຍ ໃນ ແຕ່ລະປີແມ່ນ 1,5 ລ້ານ USD.

        ປັດຈຸບັນ ລັດເຊຍ ແມ່ນຄູ່ຄ້າລາຍໃຫຍ່ອັນດັບທີ 8 ແລະ ແມ່ນແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃຫຍ່ອັນດັບທີ 10 ຂອງ ອາຊຽນ. ການຄ້າສອງສົ້ນລະຫວ່າງ ອາຊຽນ ແລະ ລັດເຊຍ ນັບມື້ນັບເພີ່ມຂຶ້ນ, ໂດຍບັນລຸໄດ້ 16,79 ຕື້ USD ໃນ ປີ 2017 ແລະ FDI ຂອງ ລັດເຊຍ ທີ່ລົງທຶນເຂົ້າ ອາຊຽນ ບັນລຸໄດ້ 47,72 USD

ຕອບກັບ

ຂ່າວ/ບົດ​ອື່ນ