ອາ​ຊຽນ ແລະ ສ ເກົ​າຫຼ​ີ ຊຸກ​ຍູ້ການ​ພົວ​ພັນຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປ​ະ​ໂຫຍດ

(VOVWORLD) -ຢູ່ເວທີປາໄສ, ກຸ່ມຄຸ້ມຄອງໂຄງການ ອາຊຽນ - ສ ເກົາຫຼີ ຈະນຳສະເໜີວິທີນຳໃຊ້ກອງທຶນຮ່ວມມື ອາຊຽນ - ສ ເກົາຫຼີ ໃຫ້ບັນດາໂຄງການເຊື່ອມຕໍ່, ໃນຂະນະບັນດາປະເທດສະມະຊິກອາຊຽນ ຈະນຳສະເໜີບັນດາໂຄງການໃນຂົງເຂດຄົມມະນາຄົມ, ພະລັງງານ ແລະ ຕົວເມືອງທັນສະໄໝ.
ອາ​ຊຽນ ແລະ ສ ເກົ​າຫຼ​ີ ຊຸກ​ຍູ້ການ​ພົວ​ພັນຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປ​ະ​ໂຫຍດ - ảnh 1ພາບປະກອບ:  Shutterstock

ສູນກາງ ອາຊຽນ - ສ ເກົາຫຼີ ສົມທົບກັບສະຫະສະມາຄົມຜູ້ຮັບເໜົາສາກົນ ສ ເຫົາຫຼີ (ICAK) ໄດ້ຈັດເວທີປາໄສເຊື່ອມຕໍ່ ອາຊຽນຄັ້ງທີ IX ໃນວັນທີ 18-19 ມັງກອນ. ເວທີປາໄສທາງໄກຈະສຸມໃສ່ບັນດາເນື້ອໃນ “ພື້ນຖານໂຄງລ່າງໝັ້ນຄົງ” ແລະ “ນະວັດຕະກຳດີຈີຕອນ”(ປ່ຽນແປງໃໝ່ດີຈິຕອນ), ໄດ້ຖອດຖອນຈາກ 05 ຂົງເຂດຍຸດທະສາດໃນ “ແຜນການສັງລວມກ່ຽວກັບການເຊື່ອມຕໍ່ ອາຊຽນ (MPAC) 2025”.

       ບັນດາຜູ້ແທນໃນເວທີປາໄສຈະປຶກສາຫາລືາກ່ຽວກັບການເຊື່ອມຕໍ່ ອາຊຽນ ໃນໄລຍະຫຼັງໂລກລະບາດໂຄວິດ 19 ແລະ ວິທີລະດົມທຶນສະໜັບສະໜູນໃຫ້ບັນດາໂຄງການເຊື່ອມຕໍ່ໂດຍການເຂົ້າຮ່ວມຂອງບັນດານັກຊ່ຽວຊານຈາກຄະນະເລຂາອາຊຽນ, ຄະນະກຳມະການ ເສດຖະກິດ-ສັງຄົມ ພາກພື້ນອາຊີ-ປາຊີຟີກ ຂອງ ສປຊ (UN-ESCAP), ອົງການຄ້ຳປະກັນການລົງທຶນຫຼາຍຝ່າຍ ສ ເກົາຫຼີ ແລະ ທານະຄານສົ່ງອອກ-ນຳເຂົ້າ ສ ເກົາຫຼີ.

ຢູ່ເວທີປາໄສ, ກຸ່ມຄຸ້ມຄອງໂຄງການ ອາຊຽນ - ສ ເກົາຫຼີ ຈະນຳສະເໜີວິທີນຳໃຊ້ກອງທຶນຮ່ວມມື ອາຊຽນ - ສ ເກົາຫຼີ ໃຫ້ບັນດາໂຄງການເຊື່ອມຕໍ່, ໃນຂະນະບັນດາປະເທດສະມະຊິກອາຊຽນ ຈະນຳສະເໜີບັນດາໂຄງການໃນຂົງເຂດຄົມມະນາຄົມ, ພະລັງງານ ແລະ ຕົວເມືອງທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ