ອາຊຽນ ແລະ ສະຫະປະຊາຊາດຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ

(VOVWORLD) -ໃນລະຫວ່າງວັນທີ 12 – 14 ທັນວາ, ຢູ່ນະຄອນຫຼວງ ຈາກາຕາ, ລັດຖະບານອິນໂດເນເຊຍ ແລະ ສະຫະປະຊາຊາດ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາຝຶກອົບຮົມອາຊຽນ - ສະຫະປະຊາຊາດ ຄັ້ງທີ 1 ກ່ຽວກັບກົດໝາຍວ່າດ້ວຍທະເລ

ອາຊຽນ ແລະ ສະຫະປະຊາຊາດຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ - ảnh 1 ອາຊຽນ ແລະ ສະຫະປະຊາຊາດຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ

(ພາບ: TTXVN)

ລວມທັງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS). ກອງປະຊຸມສຳມະນາອົບຮົມແມ່ນໜຶ່ງໃນບັນດາເນື້ອໃນຜັນຂະຫຍາຍແຜນການເຄື່ອນໄຫວເພື່ອປະຕິບັດຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງອາຊຽນ ແລະ ສະຫະປະຊາຊາດ ໄລຍະ 2016 – 2020, ເພື່ອແນໃສ່ສ້າງຄວາມສາມາດຮັບຮອງເອົາການບຳລຸງສ້າງດ້ານກົດໝາຍ ແລະ ເຕັກນິກກ່ຽວກັບກົດໝາຍວ່າດ້ວຍທະເລ, ພິເສດແມ່ນ UNCLOS ປີ 1982.

        ໃນ 3 ວັນດຳເນີນກອງປະຊຸມສຳມະນາຝຶກອົບຮົມ, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ປຶກສາຫາລືບັນດາບັນຫາຄື: ແນະນຳກ່ຽວກັບ UNCLOS, ລວມທັງເຫດການທີ່ກ່ຽວຂ້ອງຂອງສົນທິສັນຍາສຳລັບການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ; ເສດຖະກິດທະເລແບບຍືນຍົງ; ບັນດາເຂດເດີນເຮືອ, ລວມທັງການຂີດຂັ້ນ; ບັນດາສິດ ແລະ ພັນທະໃນການເດີນເຮືອ ແລະ ຄວາມສະຫງົບ, ປອດໄພໃນການເດີນເຮືອ…

ຕອບກັບ

ຂ່າວ/ບົດ​ອື່ນ