ອາ​ຊຽນ ແລະ ສ.ເກົາຫຼີ ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື

(VOVWORLD) -ກອງປະຊຸມຄັ້ງທີ 8 ຄະນະກຳມະການຮ່ວມມືລວມ ອາຊຽນ - ສ.ເກົາຫຼີ ( JCC) ຫາກໍຖືກດຳເນີນຕາມຮູບການທາງອອນລາຍ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Pengiran Hairani Pengiran Tajuddin ຜູ້ຕາງໜ້າ ບຣູໄນ ປະຈຳ ອາຊຽນ  ແລະ ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ອາຊຽນ Lim Sungnam.

ທີ່ກອງປະຊຸມດັ່ງກ່າວ, ສອງຝ່າຍໄດ້ຍົກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການພົວພັນຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງ ອາຊຽນ - ສ.ເກົາຫຼີ ແລະ ການໜູນຊ່ວຍຂອງ ສ.ເກົສຫຼີ ທີ່ມີຕໍ່ ອາຊຽນ ແລະ ບັນດາປະເທດສະມາຊິກ ອາຊຽນ ໃນການຮັບມືກັບໂລກລະບາດໂຄວິດ - 19. ອາຊຽນ ຊົມເຊີຍນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງ ສ.ເກົາຫຼີ ເພື່ອແນໃສ່ມຸ່ງໄປເຖິງການຊຸກຍູ້ການພົວພັນລະຫວ່າງ ອາຊຽນ - ສ.ເກົາຫຼີ ໃຫ້ສອດຄ່ອງກັບສາມເສົາຄ້ຳຂອງປະຊາຄົມ ອາຊຽນ.

ອາ​ຊຽນ ແລະ ສ.ເກົາຫຼີ ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື - ảnh 1ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ເຊີອູນ, ສ.ເກົາຫຼີ (ພາບ: TTXVN)
ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ລວມມີດ້ານການຄ້າ ແລະ ການລົງທຶນ, ເສດຖະກິດເຕັກນິກດີຈີຕອນ, ການທ່ອງທ່ຽວ, ການຄຸ້ມຄອງໄພທຳມະຊາດ,  ສາທາລະນະສຸກວົງຄະນະຍາດ, ນະຄອນອັດສະລິຍະ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ, ການເຊື່ອມຕໍ່, ຍົກສູງກຳລັງຄວາມສາມາດ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ. ມີການເຄື່ອນໄຫວ ແລະ ການຮ່ວມມືຫຼາຍຢ່າງທີ່ກຳລັງຜັນຂະຫຍາຍໃນບັນດາຂົງເຂດດັ່ງກ່າວ ທີ່ໄດ້ຮັບການໜູນຊ່ວຍຈາກກອງທຶນຮ່ວມມື ອາຊຽນ - ສ.ເກົາຫຼີ. 

ຕອບກັບ

ຂ່າວ/ບົດ​ອື່ນ