ອາ​ຊຽນ ແລະ ສ.ເກົາຫຼີ​ສົມ​ທົບ​ກັນ​ສ້າງ​ເຄືອ​ຂ່າຍ​ນັກ​ຊ່ຽວ​ຊານ​ໃນ​ຂົງ​ເຂດ​​ການ​ທູດ ແລະ​ຄວາມ​ໝັ້ນ​ຄົງ

(VOVWORLD) -ກະຊວງການຕ່າງປະເທດສ.ເກົາຫຼີໄດ້ແຈ້ງວ່າ “ການໂອ້ລົມສົນທະນາຍຸດຖະສາດສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ສ.ເກົາຫຼີ” ຄັ້ງທີ 2 ໂດຍມີການເຂົ້າຮ່ວມຂອງບັນດາອົງການທີ່ປຶກສາດ້ານຄວາມໝັ້ນຄົງ ແລະ ການທູດຈະດຳເນີນໃນວັນທີ 6 ຕຸລາຈະມາເຖິງ. 
ອາ​ຊຽນ ແລະ ສ.ເກົາຫຼີ​ສົມ​ທົບ​ກັນ​ສ້າງ​ເຄືອ​ຂ່າຍ​ນັກ​ຊ່ຽວ​ຊານ​ໃນ​ຂົງ​ເຂດ​​ການ​ທູດ ແລະ​ຄວາມ​ໝັ້ນ​ຄົງ - ảnh 1 ອາຊຽນ ແລະ ສ.ເກົາຫຼີສົມທົບກັນສ້າງເຄືອຂ່າຍນັກຊ່ຽວຊານໃນຂົງເຂດການທູດ ແລະຄວາມໝັ້ນຄົງ (ພາບ: dangcongsan.vn)

ເຫດການດັ່ງກ່າວດ້ວຍເປົ້າໝາຍສ້າງເຄືອຂ່າຍນັກຊ່ຽວຊານໃນຂົງເຂດການທູດ ແລະ ຄວາມໝັ້ນຄົງ ລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ, ກໍ່ຄືເພີ່ມທະວີການເຄື່ອນໄຫວທາງການທູດມະຫາຊົນ ໂດຍສະຖາບັນພົວພັນຕ່າງປະເທດ ສ.ເກົາຫຼີ ແລະ ສະຖາບັນການພົວພັນຕ່າງປະເທດ ຫວຽດນາມ ເປັນປະທານຮ່ວມ.ຍ້ອນໂລກລະບາດ Covid – 19 ດັ່ງນັ້ນເຫດການນີ້ໄດ້ດຳເນີນຕາມຮູບການທາງອອນລາຍ ແລະ ພົບປະກັນໂດຍກົງ. ໃນການໂອ້ລົມສົນທະນານີ້, ບັນດານັກຊ່ຽວຊານສ.ເກົາຫຼີ ແລະ  ອາຊຽນຈະຕີລາຄາແງ່ຫວັງສະພາບແວດ້ລອມຍຸດທະສາດໃນພາກພື້ນ ໃນສະພາບການຄວາມແກ້ງແຍ່ງຍຸດທະສາດລະຫວ່າງ ອາເມລິກາ - ຈີນເພີ່ມຂຶ້ນ ແລະ ການແຜ່ລະບາດຂອງໂລກລະບາດ Covid – 19.  ການໂອ້ລົມສົນທະນາກໍ່ຈະປຶກສາຫາລືກ່ຽວກັບບັນດາຫົວຂໍ້ຄືທິດທາງປະຕິບັດ ແລະ ບັນດາມາດຕະການເພີ່ມທະວີການຮ່ວມມືສ.ເກົາຫຼີ - ອາຊຽນໃນ ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ