ອາ​ຊຽນ ແລະ ສ.ເຊັກ​ໂກ ສາ​ມັກ​ຄີ​ກັນ​ຮັບ​ມື​ກັບ​ໂລ​ກ​ລະ​ບາດ​ໂຄວິດ - 19

(VOVWORLD) -ວັນທີ 11 ພຶດສະພາ, ຄະນະກຳມະການ ອາຊຽນ ປະຈຳ ສ.ເຊັກໂກ ໄດ້ມອບຜ້າອັດປາກອັດດັງໃຫ້ແກ່ ຄະນະກຳມະການປະຊາຊົນເມືອງ Praha 6 ເພື່ອແນໃສ່ຕອບສະໜອງຄຳຮຽກຮ້ອງຂອງອຳນາດການປົກຄອງທ້ອງຖິ່ນໃນການໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ, ຜ່ານຜ່າໂລກລະບາດໂຄວິດ - 19. 
ອາ​ຊຽນ ແລະ ສ.ເຊັກ​ໂກ ສາ​ມັກ​ຄີ​ກັນ​ຮັບ​ມື​ກັບ​ໂລ​ກ​ລະ​ບາດ​ໂຄວິດ - 19 - ảnh 1 ຄະນະກຳມະການ ອາຊຽນ ປະຈຳ ສ.ເຊັກໂກ ມອບຜ້າອັດປາກອັດດັງໃຫ້ແກ່ ຄະນະກຳມະການປະຊາຊົນເມືອງ Praha 6 (ພາບ: ຮົ່ງກີ່)

  ທ່ານເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຂອງສະຖານທູດ 6 ປະເທດສະມາຊິກ ອາຊຽນ ປະຈຳ ສ.ເຊັກໂກ ລວມມີ ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ ແລະ ຫວຽດນາມ ເຂົ້າຮ່ວມເຫດການດັ່ງກ່າວ. ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ຖ໊າຍຊວັນຢຸງ ເນັ້ນໜັກວ່າ ສະຖານທູດບັນດາປະເທດ ອາຊຽນ ປະຈຳ ສ.ເຊັກໂກ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກປະກອບສ່ວນເພີ່ມທະວີໄມຕີຈິດມິດຕະພາບ ແລະ ການພົວພັນຮ່ວມມືລະຫວ່າງບັນດາປະເທດ ອາຊຽນ ກັບ ສ.ເຊັກໂກ. ເຫດການດັ່ງກ່າວ ກໍເປັນການປະກອບສ່ວນສົ່ງສານກ່ຽວກັບຄວາມສາມັກຄີຂອງບັນດາປະເທດ ອາຊຽນ ກັບ ສ.ເຊັກໂກ ໃນການຮັບມືກັບໂລກລະບາດໂຄວິດ - 19.

        ທ່ານ Ondrej Kolar ເຈົ້າເມືອງ Praha 6 ສະແດງຄວາມຂອບອົກຂອບໃຈສະຖານທູດບັນດາປະເທດ ອາຊຽນ ປະຈຳ ສ.ເຊັກໂກ ໄດ້ສະແດງຄວາມສາມັກຄີ, ຮ່ວມແຮງແຮ່ວມໃຈ ພ້ອມກັບອຳນາດການປົກຄອງ ແລະ ປະຊາຊົນປະຈຳຖິ່ນ ຮັບມືກັບໂລກລະບາດໂຄວິດ - 19. ຈຳນວນຜ້າອັດປາກດັ່ງກ່າວ ຈະມອບໃຫ້ປະຊາຊົນຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ ເປັນຕົ້ນຜູ້ແມ່ນຄົນພິການ, ຂ້າງຖະໜົນຢູ່ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ