ອາຊຽນ ແລະ ຫວຽດນາມ ຖືການເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດຄູ່ເຈລະຈາເປັນສຳຄັນ

(VOVWORLD) -ໃນກວ່າ 2 ທົດສະວັດ ອາຊຽນ ແລະ 3 ປະເທດຄື: ຈີນ, ຍີ່ປຸ່ນ ແລະ ສເກົາຫລີ ສ້າງຕັ້ງກົນໄກຮ່ວມມື, ການພົວພັນຄູ່ຮ່ວມມືໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ

ຕອນເຊົ້າວັນທີ 30 ກັນຍາ, ໃນຂອບເຂດກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 15 (AMMTC) ແລະ ບັນດາກອງປະຊຸມກ່ຽວຂ້ອງ ໂດຍ ບຣູໄນ ເປັນເຈົ້າພາບຈັດຕັ້ງຕາມຮູບການທາງໄກ, ຄະນະຜູ້ແທນ ຫວຽດນາມໂດຍພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫລວດ ເຂົ້າຮ່ວມກອງປະຊຸມປຶກສາຫາລື AMMTC+ ຈີນ ຄັ້ງທີ 8, AMMTC + ສເກົາຫລີ ຄັ້ງທີ 2, AMMTC + ຍີ່ປຸ່ນ ຄັ້ງທີ 6 ແລະ AMMTC+3.ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮອງລັດຖະມົນຕີ ເລືອງຕາມກວາງ ຢືນຢັນ:                                                                               

ອາຊຽນ ແລະ ຫວຽດນາມ ຖືການເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດຄູ່ເຈລະຈາເປັນສຳຄັນ - ảnh 1ພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫລວດ ເຂົ້າຮ່ວມກອງປະຊຸມ. (ພາບ:baoquocte.vn)
   ໃນກວ່າ 2 ທົດສະວັດ ອາຊຽນ ແລະ 3 ປະເທດຄື: ຈີນ, ຍີ່ປຸ່ນ ແລະ ສເກົາຫລີ ສ້າງຕັ້ງກົນໄກຮ່ວມມື, ການພົວພັນຄູ່ຮ່ວມມືໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສຳຄັນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ ແລະ ພັດທະນາຢູ່ພາກພື້ນ ອາຊີຕາເວັນອອກ.  ກ່ຽວກັບການກຳນົດທິດຮ່ວມມື ອາຊຽນ +3, ທ່ານຮອງລັດຖະມົນຕີ ເລືອງຕາມກວາງ ສະເຫນີບັນດາຝ່າຍໃຫ້ບຸລິມະສິດການຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ - 19.  ຄວນເພີ່ມທະວີການຮ່ວມມືຮັບປະກັນສະຫນອງວັກຊິນຢ່າງພຽງພໍ ມຸ່ງໄປເຖິງການເປັນເຈົ້າຕົນເອງກ່ຽວກັບດ້ານວັກຊິນ, ບັນດາປະເທດຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະສເກົາຫລີ ສືບຕໍ່ຫນູນຊ່ວຍຍົກສູງກຳລັງຄວາມສາມາດດ້ານການແພດປ້ອງກັນ ແລະສະຫນອງວັກຊິນໃຫ້ແກ່ບັນດາປະເທດ ອາຊຽນ.

ທ່ານຮອງລັດຖະມົນຕີ ເລືອງຕາມກວາງ ຖືວ່າ: 3 ປະເທດດັ່ງກ່າວ ຄວນສືບຕໍ່ຫນູນຊ່ວຍບຳລຸງສ້າງໃຫ້ພະນັກງານປະຕິບັດກົດໝາຍໃນຂົງເຂດອາດຊະຍາກຳ, ອາດຊະຍາກອນຢາເສບຕິດ, ການຄ້າມະນຸດ … ໃຫ້ແກ່ບັນດາປະເທດອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ