ອາຊຽນ ແລະ ອາເມລິກາ ຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ-19

(VOVWORLD) - ຕອນເຊົ້າວັນທີ 23 ເມສາ 2020, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ດ້ວຍບົດບາດເປັນປະທານ ອາຊຽນ 2020 ໄດ້ພ້ອມກັບລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ແລະ ລັດຖະມົນຕີການຕ່າງປະເທດ ອາເມລິກາ ເຂົ້າຮ່ວມກອງປະຊຸມອອນລາຍພິເສດບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ - ອາເມລິກາ ກ່ຽວກັບໂຄວິດ-19
ອາຊຽນ ແລະ ອາເມລິກາ ຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ-19  - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ (ພາບ: VGP)

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ເນັ້ນໜັກວ່າ ອາຊຽນ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງຢູ່ໃນລະດັບສູງສຸດ, ຍູ້ແຮງການສົມທົບກັນກະທຳ ແລະ ຮັບມືຮ່ວມ ຕາມຈິດໃຈສະໜິດຕິພັນ ແລະ ເປັນເຈົ້າການປັບຕົວໃຫ້ແທດເໝາະຂອງ ອາຊຽນ 2020.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ສະເໜີ ອາເມລິກາ ໜູນຊ່ວຍເຕັກນິກ, ຮ່ວມມືຄົ້ນຄວ້າການຄວບຄຸມ ແລະ ປິ່ນປົວຜູ້ຕິດເຊື້ອໂຄວິດ-19, ເອົາໃຈໃສ່ຮັບປະກັນສິດຜົນປະໂຫຍດ ແລະ ການປະພຶດສະເໝີພາບກັບພົນລະເມືອງບັນດາປະເທດ ອາຊຽນ ຢູ່ ອາເມລິກາ ແລະ ຍູ້ແຮງການຮ່ວມມືຫລຸດຜ່ອນຜົນກະທົບດ້ານເສດຖະກິດ - ສັງຄົມຂອງໂລກລະບາດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ສະເໜີບັນດາປະເທດຮ່ວມມື, ຫຼີກລ້ຽງການກໍ່ຜົນສະທ້ອນຕໍ່ຜົນສຳເລັດຂອງການຕໍ່ສູ້ຕ້ານໂຄວິດ-19 ລວມ.

ຕອບກັບ

ຂ່າວ/ບົດ​ອື່ນ