ອາຊຽນ ໃຫ້ຄຳໝັ້ນ ສັນຍາເພີ່ມທະວີ ການຮ່ວມມືກັບ ສະຫະປະຊາຊາດ

ອາຊຽນ ໃຫ້ຄຳໝັ້ນ ສັນຍາເພີ່ມທະວີ ການຮ່ວມມືກັບ ສະຫະປະຊາຊາດ - ảnh 1
ພາບປະກອບ

(vovworld) - ວັນ​ທີ 6/8, ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ ຢູ່​ນະຄອນ ນິວຢອກ, ​ແຫ່ງ​ປະ​ເທດ ອາ​ເມ​ລິ​ກາ, ​ໄດ້​ດຳ​ເນີນ​ວາລະ​ປຶກສາ​ຫາລື ​ເປີດ​ຂັ້ນ​ສູງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາ​ດ ດ້ວຍ​ຫົວ​ຂໍ້​ວ່າ: ການ​ຮ່ວມ​ມື​ລະຫວ່າງສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງການ​ພາກ​ພື້ນ ​ແລະ ອະນຸ​ພາກ​ພື້ນ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ສາກົນ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ, ຫົວໜ້າ​ຄະນະຜູ້​ຕາງໜ້າ ຫວຽດນາມ ​ປະຈຳ​ສະຫະ​ປະຊາ​ຊາ​ດ, ມີ​ບົດ​ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ ​ແລ້ວ, ບັນດາ​ປະ​ເທດ​ອາ​ຊຽນ ຍາ​ມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ກັບ​ສະຫະ​ປະຊາ​ຊາ​ດ​ໃນ​ຫຼາຍ​ຂົງ​ເຂດ ​ແລະ ​ໄລຍະ​ຜ່ານ​ມາ​ການ​ພົວພັນ​ນີ້​ໄດ້​ມີ​ບາດກ້າວ​ພັດທະນາໃໝ່​ສຳຄັນ​ທີ່​ສຸດ. ທ່ານ​ເອກ​ອັກຄະ​ລັດຖະທູ​ດ ​ໃຫ້​ຮູ້​ວ່າ ອາ​ຊຽນ ​ແລະ ສະຫະ​ປະຊາ​ຊາດ ​​ໄດ້​ສ້າງ​ຂອບ​ເຂດ​ໃຫ້​ແກ່​ການ​ພົວພັນ​ລະ​ຫວ່າງ 2 ຝ່າຍ, ຫັນ​ຖະ​ແຫຼ​ງການ​ຮ່ວມ​ປີ 2011 ​ເປັນ​ລະອຽດ.​​..​ ບົນ​ພື້ນຖານ​ນັ້ນ, 2 ຝ່າຍ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ​ ອາ​ຊຽນ - ສະຫະ​ປະຊາ​ຊາດຄັ້ງ​ຕ່າງໆ ກໍ່​ຄື​ບັນດາ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ ຢືນຢັນວິວັດ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ກັບ ສະຫະ​ປະຊາ​ຊາ​ດ ​ໃນ​ໄລຍະ​ຜ່ານ​ມາ​ໄດ້ຊ່ວຍ​ເພີ່ມ​ທະວີກຳລັງ​ຄວາມ​ສາມາດ​ຂອງ​ແຕ່ລະ​ຝ່າຍ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ລວມຢ່າງ​ບໍ່​ຢຸດ​ຢັ້ງ. ຕາມທ່ານ​ເອກ​ອັກຄະ​ລັດຖະທູດ ​ແລ້ວ, ບັນດາ​ຜົນສຳ​ເລັດ​ຂອງ ອາ​ຊຽນ ຢູ່​ພາກ​ພື້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ​ເພື່ອ​ເພີ່ມ​ທະວີ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ, ຕ້ອງ​ສຸມ​ໃສ່​​ເປັນ​ພິ​ເສດ​ເຖິງ​ບັນດາ​ບັນຫາ​ພື້ນຖານ​ຄື​ຊຸກຍູ້​ການ​ສົນທະນາ, ​ເຄົາລົບ​ນັບຖື​ເຊິ່ງກັນ ​ແລະ ກັນ, ​ເຄົາລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ຫຼັກການ​ແກ້​ໄຂ​ທຸກໆ​ການ​ພິພາດ​​ໂດຍ​ສັນຕິ​ວິທີ.

ຂ່າວ/ບົດ​ອື່ນ