ອາ​ຊຽນ ໃຫ້​ຄຳ​ໝັ້ນ​ສັນ​ຍາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການຕໍ່​ສູ້​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ

(VOVWORLD) -ຫວຽດນາມ ໃຫ້ຄຳໝັ້ນສັນຍາເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນຂອບເຂດຮ່ວມມືຂອງ ອາຊຽນ ເວົ້າລວມ ແລະ ການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດເວົ້າສະເພາະ.
ອາ​ຊຽນ ໃຫ້​ຄຳ​ໝັ້ນ​ສັນ​ຍາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການຕໍ່​ສູ້​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ - ảnh 1ທ່ານພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ (ພາບ: TTXVN)

ຕອນເຊົ້າວັນທີ 29 ກັນຍາ, ທ່ານພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 15 (AMMTC 15) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ເຊິ່ງຖືກຈັດຂຶ້ນແບບທາງໄກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ເລືອງຕາມກວາງ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນຂອບເຂດຮ່ວມມືຂອງ ອາຊຽນ ເວົ້າລວມ ແລະ ການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດເວົ້າສະເພາະ.

        ໃນໄລຍະຈະມາເຖິງ, ທ່ານຮອງລັດຖະມົນຕີ ເລືອງຕາມກວາງ ສະເໜີໃຫ້ບັນດາປະເທດໃນພາກພື້ນ ສືບຕໍ່ຮັກສາ ແລະ ປັບປຸງການພົວພັນຮ່ວມມື. ພ້ອມດຽວກັນນັ້ນ, ບັນດາຝ່າຍເປັນເຈົ້າການສ້າງຕັ້ງຊ່ອງຂໍ້ມູນຂ່າວສານ, ຍົກສູງປະສິດທິຜົນການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ… ຄວນເປັນເຈົ້າການໃນການຮັບມືກັບສະພາບການປົກກະຕິໃໝ່; ເພີ່ມທະວີການຮ່ວມມືກັບບັນດາປະເທດຄູ່ຮ່ວມມື, ຄູ່ເຈລະຈາຂອງ ອາຊຽນ ໃນການຍົກສູງກຳລັງຄວາມສາມາດຂອງພະນັກງານ ແລະ ໜູນຊ່ວຍອຸປະກອນ, ພາຫະນະເຕັກນິກຮັບໃຊ້ວຽກງານປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ. ໄປຄຽງຄູ່ກັນນັ້ນ, ສົ່ງເສີມບັນດາຄູ່ຮ່ວມມືໜູນຊ່ວຍ ອາຊຽນ ໃນການຄວບຄຸມ, ຮັບມືກັບໂລກລະບາດ ໂຄວິດ - 19, ໜູນຊ່ວຍການສະໜອງວັກຊິນ ແລະ ຍົກສູງກຳລັງຄວາມສາມາດຜະລິດວັກຊິນກໍຄືການຖ່າຍທອດເຕັກໂນໂລຢີຜະລິດ.

        ສິ້ນສຸດວາລະປະຊຸມຄົບຄະນະ, ບັນດາລັດຖະມົນຕີກປະເທດຕ່າງໆໃນ ອາຊຽນ ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມ AMMTC 15.


ຕອບກັບ

ຂ່າວ/ບົດ​ອື່ນ