ອາຊຽນ ໃຫ້ຄຳໝັ້ນສັນຍາລົບລ້າງຄວາມອຶດຫິວທຸກຍາກ, ຮັບປະກັນກະສິກຳໃຫ້ໝັ້ນຄົງ ແລະ ຄ້ຳປະກັນດ້ານສະບຽງອາຫານໃຫ້ແກ່ທຸກຄົນ

(VOVWORLD) - ກະສິກຳແມ່ນຂະແໜງເສດຖະກິດຫຼັກແຫຼ່ງຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນຄວາມມານະພະຍາຍາມລວມໃນການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ...
ອາຊຽນ ໃຫ້ຄຳໝັ້ນສັນຍາລົບລ້າງຄວາມອຶດຫິວທຸກຍາກ, ຮັບປະກັນກະສິກຳໃຫ້ໝັ້ນຄົງ ແລະ ຄ້ຳປະກັນດ້ານສະບຽງອາຫານໃຫ້ແກ່ທຸກຄົນ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ

ວັນທີ 12 ຕຸລາ, ຄະນະກຳມະການກ່ຽວກັບບັນດາບັນຫາເສດຖະກິດ ແລະ ການເງິນຂອງສະມັດຊາໃຫຍ່ ສປຊ ຊຸດທີ 77 ໄດ້ຈັດວາລະປຶກສາຫາລືລວມກ່ຽວກັບເປົ້າໝາຍລົບລ້າງຄວາມທຸກຍາກ, ພັດທະນາກະສິກຳ ແລະ ຄ້ຳປະກັນດ້ານສະບຽງອາຫານ. ໂດຍຕາງໜ້າ ປະຊາຄົມ ອາຊຽນ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ: ກະສິກຳແມ່ນຂະແໜງເສດຖະກິດຫຼັກແຫຼ່ງຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນຄວາມມານະພະຍາຍາມລວມໃນການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ແກ້ໄຂສະພາບຂາດທາດບຳລຸງ ແລະ ພັດທະນາແບບຍືນຍົງຢູ່ພາກພື້ນ.

        ກ່ຽວກັບບັນຫາລົບລ້າງຄວາມອຶດຫິວທຸກຍາກ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເນັ້ນໜັກວ່າ: ນີ້ແມ່ນໜຶ່ງໃນບັນດາບຸລິມະສິດສຳຄັນທີ່ສຸດຂອງ ອາຊຽນ. ອາຊຽນ ບັນລຸໄດ້ຄວາມຄືບໜ້າຫຼາຍພໍສົມຄວນໃນການປະຕິບັດບັນດາຂໍ້ລິເລີ່ມ, ຍຸດທະສາດຊຸກຍູ້ການຮ່ວມມືພາກພື້ນ, ພັດທະນາກວມລວມໃນຂົງເຂດຊົນນະບົດ ແລະ ເຂດຕົວເມືອງ, ກໍ່ຄືການລົບລ້າງຄວາມທຸກຍາກ, ໃນນັ້ນມີຂອບເຂດການກະທຳຍຸດທະສາດກ່ຽວກັບການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກໄລຍະ 2021 – 2025. ແງ່ຫວັງພັດທະນາອາຊຽນ ແລະ ເວທີປາໄສຄົ້ນຄ້ວາ ແລະ ພັດທະນາການກະທຳລົບລ້າງຄວາມທຸກຍາກ ຂຶ້ນກັບປະຊາຄົມເສດຖະກິດ - ສັງຄົມ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ