ອາ​ຊຽ​ນ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ລົບ​ລ້າງ​ຄວາ​ມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ, ຮັບ​ປະ​ກັນ​ກະ​ສິ​ກຳ​ແບບ​ຍືນ​ຍົງ ແລະ ຄ້ຳ​ປະ​ກັນ​​ດ້ານ​ສະ​ບຽງ​ອາ​ຫານ​ໃຫ້​ແກ່​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ

(VOVWORLD) - ທ່ານເອກອັກຄະລັດຖະທູດ ດັ່ງຮວ່າງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນ ວ່າ ອາຊຽນ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຄ້ຳປະກັນດ້ານສະບຽງອາຫານໃນພາກພື້ນ ຜ່ານການນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າ.

ວັນທີ 11 ຕຸລາ, ຢູ່ນິວຢອກ, ອາເມລິກາ, ຄະນະກຳມະການບັນດາບັນຫາເສດຖະກິດ ແລະ ການເງິນ (ຄະນະກຳມະການ 2) ຂອງ ສະມັດຊາໃຫຍ່ ສປຊ ຊຸດທີ 78 ມີວາລະປຶກສາຫາລືລວມ ກ່ຽວກັບຫົວເລື່ອງ ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ການພັດທະນາກະສິກຳ ແລະ ຄ້ຳປະກັນດ້ານສະບຽງອາຫານ. ຕາງໜ້າໃຫ້ອາຊຽນ, ທ່ານເອກອັກຄະລັດຖະທູດ ດັ່ງຮວ່າງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນ ວ່າ ອາຊຽນ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຄ້ຳປະກັນດ້ານສະບຽງອາຫານໃນພາກພື້ນ ຜ່ານການນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າ, ຍົກສູງສະມັດຕະພາບກະສິກຳ, ຮັບປະກັນລະບົບສະໜອງ, ສ້າງລະບົບກ່າວເຕື່ອນ ແລະ ມີການຮັບມືໂດຍໄວ ເພື່ອມີແຫຼ່ງສະໜອງສະບຽງອາຫານຢ່າງພຽງພໍໃນທຸກກໍລະນີວິກິດ.

ກ່ຽວກັບການຍູ້ແຮງການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ການຄ້ຳປະກັນດ້ານສະບຽງອາຫານແບບຍືນຍົງ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ເນັ້ນໜັກເຖິງ 5 ມາດຕະການໂດຍໄດ້ຍົກອອກ ໃນຖະແຫຼງການຂັ້ນສູງ “ອາຊຽນແມ່ນໃຈກາງຂອງການເຕີບໂຕ” (ຈາກາຕາ, ເດືອນກັນຍາ 2023), ໃນນັ້ນມີການຍູ້ແຮງການຫັນເປັນດີຈີຕອນ, ມຸ່ງໄປເຖິງປະຊາຄົມເສດຖະກິດດີຈີຕອນ ອາຊຽນ 2045, ເພີ່ມທະວີການສ້າງເສດຖະກິດສີຂຽວ, ມຸ່ງໄປເຖິງການປ່ອຍອາຍກາກບອນ ແລະ ອາຍພິດລົງລະດັບ 0, ຊຸກຍູ້ເສດຖະກິດທະເລ ແລະ ຊຸກຍູ້ເສດຖະກິດປະດິດຄິດສ້າງ ແລະ ພັດທະນາເສດຖະກິດກວມລວມ.    

ຕອບກັບ

ຂ່າວ/ບົດ​ອື່ນ