ອາຊຽນ ໃຫ້ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີຄວາມສາມັກຄີ ແລະ ຄວາມເປັນເອກະພາບ

(VOVWORLD) - ອາຊຽນ ຈະບໍ່ກາຍເປັນ “ສັງວຽນແກ່ງແຍ້ງ” ຫຼື ເປັນກຳລັງມອບສິດໃຫ້ບໍ່ວ່າປະເທດໃດ, ພ້ອມທັງຮຽກຮ້ອງການເຄົາລົບກົດໝາຍສາກົນຢ່າງສະເໝີຕົ້ນສະເໝີປາຍ.
ອາຊຽນ ໃຫ້ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີຄວາມສາມັກຄີ ແລະ ຄວາມເປັນເອກະພາບ - ảnh 1ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ປະທານ ອາຊຽນ 2023
(ພາບ: ANTARA)

        ວັນທີ 14 ກໍລະກົດ, ຢູ່ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ປະທານ ອາຊຽນ 2023, ໄດ້ຢືນຢັນວ່າ ອາຊຽນ ສືບຕໍ່ເພີ່ມທະວີຄວາມສາມັກຄີ ແລະ ຄວາມເປັນເອກະພາບ, ກໍຄືເພີ່ມທະວີບົດບາດໃຈກາງຂອງກຸ່ມ ໃນເລື່ອງຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ.

        ກ່າວຄຳເຫັນທີ່ການຕ້ອນຮັບ, ບັນດາທ່ານລັດຖະມົນຕີການຕ່າງປະເທດເຂົ້າຮ່ວມກອງປະຊຸມ AMM – 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານປະທານາທິບໍດີ Joko Widodo, ເນັ້ນໜັກວ່າ, ອາຊຽນ ຈະບໍ່ກາຍເປັນ “ສັງວຽນແກ່ງແຍ້ງ” ຫຼື ເປັນກຳລັງມອບສິດໃຫ້ບໍ່ວ່າປະເທດໃດ, ພ້ອມທັງຮຽກຮ້ອງການເຄົາລົບກົດໝາຍສາກົນຢ່າງສະເໝີຕົ້ນສະເໝີປາຍ. ທ່ານ Joko Widodo, ໄດ້ໃສ່ໃຈວ່າ ບັນດາປະເທດ ອາຊຽນ ຕ້ອງມີຄວາມເຂົ້າໃຈ, ມີພູມປັນນຍາ ກໍຄືການໜູນຊ່ວຍຂອງທັງບັນດາປະເທດພັດທະນາ ແລະ ປະເທດເປັນມິດ ເພື່ອມຸ່ງໄປເຖິງວິທີສຳຜັດເພື່ອຜົນປະໂຫຍດລວມ. ການນຳ ອິນໂດເນເຊຍ ສະແດງຄວາມເຊື່ອໝັ້ນວ່າ ການເຂົ້າຮ່ວມຂອງບັນດາປະເທດຢູ່ກອງປະຊຸມຄັ້ງຕ່າງໆຂອງ AMM -56 ແມ່ນເພື່ອຊອກຫາມາດຕະການແກ້ໄຂໃຫ້ແກ່ບັນດາບັນຫາພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ