ອາຊຽນ+3 ເພີ່ມທະວີການຄ້ຳປະກັນ ສະບຽງອາຫານ

ອາຊຽນ+3 ເພີ່ມທະວີການຄ້ຳປະກັນ ສະບຽງອາຫານ - ảnh 1
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມອາຊຽນ +3
(ພາບ: vietnamplus.vn)

(vovworld) - ວັນ​ທີ 28/9, ຢູ່​ນະຄອນຫຼວງ​ວຽງ​ຈັນ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ລັດຖະມົນຕີ​ກະ​ສີກຳ​ປ່າ​ໄມ້​ອາ​ຊຽນ + 3 ຄັ້ງ​ທີ 12, ​ເຊິ່ງລວມມີ​ຜູ້​ແທນ​ 150 ທ່ານ ທີ່​ມາ​ຈາກບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ 3 ປະ​ເທດ​ຄື: ຈີນ, ສ​ເກົາຫຼີ, ຍີ່ປຸ່ນ.. ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ທອງ​ສິງ​ທຳ​ມະ​ວົງ ນາຍົກລັດຖະມົນຕີລາວ​ໄດ້​ເນັກ​ໜັກ​ວ່າ, ບັນຫາ​ຂາດ​ທັນ​ຍາ​ຫານ, ສະບຽງ​ອາຫານ, ຄວາມທຸກ​ຍາກ, ​ໄພ​ທຳ​ມະ​ຊາດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຄຳ້ປະກັນ​ສະບຽງ​ອາຫານ, ​ໂລກລະບາດ… ຍັງ​ຄົງ​ແມ່ນ​ບັນຫາ​ທີ່​ປະສົບ​ກັບ​ຄວາມຫຍຸ້ງຍາກ ​ແລະ ການ​ທ້າ​ທາຍ​ສຳ​ຫຼັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ​ໃນ​ປີຜ່ານມາ, ​ເສດຖະກິດ​ຂອງ​ອາ​ຊຽນ​ ໄດ້​ຮັບ​ການ​ຟື້ນ​ຟູ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແຕ່​ລະດັບ​ເຕີບ​ໂຕ​ບໍ່​ທັນ​ສູງ​ປານ​ໃດ, ດັ່ງ​ນັ້ນ​ບັນດາ​ປະ​ເທດ​ອາ​ຊຽນ ຄວນ​ມີ​ນະ​ໂຍບາຍ ​ແລະ ຂໍ້​ກຳນົດ​ຢ່າງ​ເໝາະ​ສົມ​ຢູ່​ແຕ່ລະ​ປະ​ເທດ ​ແລະ ມີ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຮັບປະກັນ​ເສດຖະກິດ​ຂອງ​ອາ​ຊຽນ​ ໃຫ້​ພັດທະນາ​ຢ່າງ​ໝັ້ນຄົງ. ອາ​ຊຽນ ຄວນ​ມີ​ມາດ​ຕະການ​ຄຸ້ມ​ຄອງ ​ເພື່ອ​ປົກ​ປັກ​ຮັກສາ​ແຫຼ່ງຊັບພະຍາກອນ, ສິ່ງ​ແວດ​ລ້ອມ, ຄ້ຳປະກັນ​ສະບຽງ​ອາຫານ​ຢ່າງ​ໝັ້ນຄົງ. ທ່ານ​ນາຍົກລັດຖະ ມົນຕີ​ລາວ​ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າກອງ​ປະຊຸມ​ລັດຖະມົນຕີ​ກະ​ສີກຳ​ປ່າ​ໄມ້​ອາ​ຊຽນ + 3 ຄັ້ງ​ທີ 12 ຈະ​ສືບ​ຕໍ່​ປະກອບສ່ວນ​ເຮັດ​ໃຫ້​ອາ​ຊຽນມີ​ຄວາມ​ສາມັກຄີ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ