ອາຊຽນກະກຽມໃຫ້ກອງປະຊຸມສຸດຍອດອາຊຽນຄັ້ງທີ28-29

ອາຊຽນກະກຽມໃຫ້ກອງປະຊຸມສຸດຍອດອາຊຽນຄັ້ງທີ28-29 - ảnh 1
(ພາບ​ປະ​ກອບ)

(vovworld) - ​​ ວັນ​ທີ 12/08, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ປະ​ເທດລາວ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ອາລຸນ​ແກ້ວ ກິດ​ຕິ​ຄຸ​ນ, ລັດ​ຖະ​ມົນ​ຕີປະ​ຈ​ຳ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຫ​ົວ​ໜ້າ SOM ASEAN ຂອງ​ລາວ, ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້​ນ​ສູງອາ​ຊຽນ ໄດ້​ຈ​ັດ​ກອງ​ປະ​ຊຸ​ມ​ທາບ​ທາມ​ຄ​ຳ​ເຫັນລວມ ເພື່ອ​ກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 28 – 29 ເຊິ່ງຖືກດຳ​ເນີນ​ໃນ​ຕົ້ນ​ເດືອນ 09 ​​ທີ່​ຈະ​ມາ​ເຖິງ ຢູ່​ນະ​ຄອນ​ຫຼວງວຽງ​ຈັນ. ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ມີ​ຫົວ​ໜ້າ SOM ທີ່​ມາ​ຈາກ 10 ປະ​ເທດ​​ສະ​ມາ​ຊິກອາ​ຊຽນ; ບັນ​ດາ​ເຈົ້າ​ໜ້າ​ທີ່ຂັ້​ນ​ສູງ​ຮັບ​ຜິດ​ຊອບເສົ້າ​ຄ​້ຳ​ປະ​ຊາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ແລະ ສັງ​ຄົມ, ບັນ​ດາ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ອາ​ຊຽນ ຮັບ​ຜິ​ດ​ຊອບ 3 ເສົ້າ​ຄ​້ຳ​ປະ​ຊາ​ຊົນ​ອາ​ຊຽນ ແລະ ບັນ​ດາ​ຫົວ​ໜ້າ​ຜູ້​ຕາງ​ໜ້າ​ປະ​ຈ​ຳ​ອາ​ຊຽນ. ກອງ​ປ​ະ​ຊຸມ​ໄດ້​ທາບ​ທາມ​ຄຳ​ເຫັນ​ລວ​ມ​ເພື່ອ​ກະ​ກ​ຽມ​ໃຫ້​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 28 – 29; ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈ​ີນ, ອາ​ຊຽນ - ຍີ່​ປຸ່ນ ຄັ້ງ​ທີ 19, ອາ​ຊຽນ - ສ.ເກົາ​ຫຼີ ຄັ້ງ​ທີ 18, ອາ​ຊຽ​ນ +3 ຄັ້ງ​ທີ 19…

ຂ່າວ/ບົດ​ອື່ນ