ອາຊຽນຊຸກຍູ້ການເຊື່ອມໂຍງໃນຂົງເຂດບໍລິການຢູ່ບັນດາປະເທດສະມາຊິກ

ອາຊຽນຊຸກຍູ້ການເຊື່ອມໂຍງໃນຂົງເຂດບໍລິການຢູ່ບັນດາປະເທດສະມາຊິກ - ảnh 1
(ພາບປະກອບ)

​(vovworld) - ກອງ​ປ​ະຊຸມ​ສຳ​ມະ​ນາ “ເຊື່ອມ​ໂຍງ​ຂົງ​ເຂດ​​ບໍລິການ​ຢູ່​ບັນດາ​ປະ​ເທດອາ​ຊຽນ​: ຄວາມ​ກ້າວ​ໜ້າ ​ແລະ ສິ່ງ​ທ້າ​ທາຍ” ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 18/06, ຢູ່​ຈາ​ກາກ​ຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ. ກອງ​ປະຊຸມ​ດຳ​ເນີນ​ໄປ​ເປັນ​ເວລາ 2 ວັນ, ສຸມ​ໃສ່​ປຶກສາ​ຫລື​ບັນດາ​ບັນຫາ​ການ​ຄ້າ​ ​ໃນ​ຂົງ​ເຂດ​ການ​ບໍລິການ ລະຫວ່າງ​ບັນດາ​ນັກ​ວາງ​ແຜນ​ນະ​ໂຍບາຍ ​ແລະ ຝ່າ​ຍກ່ຽວ​ຂ້ອງ ​ເພື່ອ​ແນ​ໃສ່​ແບ່ງປັນ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ກ່ຽວ​ກັບ​ທ່າ​ອ່ຽງພັດທະນາ ​ແລະ ສິ່ງ​ທ້າທາຍ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ ສຳລັບ​ການ​ສະ​ສົມ​ບັນດາ​ການ​ບໍລິການ​ໃນ​ພາກ​ພື້ນ.

      ​ເວທີ​ປາ​ໄສ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​​ເພື່ອ​ແນ​ໃສ່​ຊຸກຍູ້​​ຂໍ້​ຕົກລົງ​ອາ​ຊຽນ (AFAS) ກ່ຽວ​ກັບ​ການ​ບໍລິການ, ການ​ຄົ້ນຄວ້າ​ບັນດາ​ບັນຫາ​ຄື ລະບົບ​ຄູ​ນຄ່າ​ທົ່ວ​ໂລກ ​ແລະ ຮ່ວມ​ມື​ຄຸ້ມ​ຄອງ. ປະຕິບັດ AFAS ​​ແນ​ໃສ່​ຍົກ​ເລີກ​ສິ່ງ​ຈຳກັດດ້ານ​ການ​ຄ້າ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ ​ເພື່ອ​ຍົກສູງ​ປະສິດທິ​ຜົນ ​ແລະ ກຳລັງ​ແກ່ງ​ແຍ້​ງຂອງ​ບັນດາ​ຜູ້​ສະໜອງ​ການ​ບໍລິການ​ອາ​ຊຽນ.

ຂ່າວ/ບົດ​ອື່ນ