ອາຊຽນຕັ້ງໜ້າສ້າງສະພາບແວດລ້ອມເຮັດວຽກດ້ວຍເຕັກນິກດີຈີຕອນ

(VOVWORLD) - ດ້ວຍຫົວຂໍ້ວ່າ “ບັນດາປະເທດ ອາຊຽນ ຕັ້ງໜ້າສ້າງບ່ອນເຮັດວຽກດ້ວຍດີຈີຕອນ”, ນັກປະພັນທ່ານນີ້ໄດ້ໃຫ້ຮູ້ວ່າ: 35% ຈຳນວນປະຊາຊົນບັນດາປະເທດ ອາຊຽນ ນຳໃຊ້ໂທລະສັບມືຖືສະຫຼາດ
ອາຊຽນຕັ້ງໜ້າສ້າງສະພາບແວດລ້ອມເຮັດວຽກດ້ວຍເຕັກນິກດີຈີຕອນ - ảnh 1ພາບປະກອບ 

ບັນດາປະເທດສະມາຊິກ ອາຊຽນ ພວມຕັ້ງໜ້າຊຸກຍູ້ສະພາບແວດລ້ອມເຮັດວຽກດ້ວຍເຕັກນິກດີຈີຕອນ. ນີ້ແມ່ນຂໍ້ສັງເກດໂດຍທ່ານ Praveen Kumar  ຍົກອອກມາໃນບົດຂຽນທີ່ລົງພິມໃນໜັງສືພິມ Jakarta Globe ສະບັບອອກຫວ່າງແລ້ວນີ້. ດ້ວຍຫົວຂໍ້ວ່າ “ບັນດາປະເທດ ອາຊຽນ ຕັ້ງໜ້າສ້າງບ່ອນເຮັດວຽກດ້ວຍດີຈີຕອນ”, ນັກປະພັນທ່ານນີ້ໄດ້ໃຫ້ຮູ້ວ່າ: 35% ຈຳນວນປະຊາຊົນບັນດາປະເທດ ອາຊຽນ ນຳໃຊ້ໂທລະສັບມືຖືສະຫຼາດ, ບັນດາປະເທດ ອາຊຽນ ກໍ່ພວມຕັ້ງໜ້າລົງທຶນພັດທະນາເຕັກໂນໂລຢີ ຂໍ້ມູນຂ່າວສານ ແລະ ສື່ສານ ດ້ວຍເຕັກນິກທັນສະໄໝ. ເມື່ອພົນລະເມືອງໜຸ່ມແໜ້ນ ແລະ ຄວາມເຂົ້າອົກເຂົ້າໃຈກ່ຽວກັບເນັກນິກດີຈີຕອນ ຢູ່ອາຊີຕາເວັນອອກສ່ຽງໃຕ້ ເຂົ້າຮ່ວມກຳລັງແຮງງານ, ເຂົາເຈົ້າປາດຖະໜາຢາກມີສິດເຂົ້າເຖິງບໍ່ວ່າຊອບແວອຸປະກອນໃດ ແລະ ບໍ່ວ່າສະຖານທີ່ໃດ, ກໍ່ຄືເພື່ອຊົມໃຊ້ບັນດາການບໍລິການຄຸນນະພາບສູງ - ພິເສດແມ່ນໃນວຽກງານ. ປະຈຸບັນ, ຫຼາຍບໍລິສັດຢູ່ບັນດາປະເທດ ອາຊຽນ ພວມຕ້ອງອອກແບບວິທີເຮັດວຽກຄືນໃໝ່ເພື່ອຕອບສະໜອງຄວາມຕ້ອງການໃຫ້ນັບມື້ນັບສູງກໍ່ຄືບັນດາຄວາມມຸ່ງມາດປາດຖະໜາຂອງເຕັກໂນໂລຢີໃນການຊົມໃຊ້ກັບກຳລັງແຮງງານຂອງເຂົາເຈົ້າ. ແທນທີ່ນັ້ນ, ສິ່ງດັ່ງກ່າວຊ່ວຍໃຫ້ວິສາຫະກິດມີປະຕິກິລິຍາໄວຕໍ່ຄວາມຕ້ອງການຂອງລູກຄ້າ ແລະ ຕະຫຼາດ, ພ້ອມທັງຮັກສາຄວາມລັບໃນລະດັບສູງ, ຄວບຄຸມຂັ້ນຕອນ ແລະ ຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການກ່ຽວກັບຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ