ອາຊຽນຕັ້ງໜ້າແກ້ໄຂ ການພິພາດອະທິປະໄຕ ຢູ່ທະເລ ຕາເວັນອອກ

ອາຊຽນຕັ້ງໜ້າແກ້ໄຂ ການພິພາດອະທິປະໄຕ ຢູ່ທະເລ ຕາເວັນອອກ - ảnh 1
ພາບ​ປະກອບ


(vovworld)- ວັນ​ທີ 30/10, ທ່ານ​ເລຂາ​ທິການ​​ໃຫຍ່​ອາ​ຊຽນ Surin Pitsuwan ​​ແຫຼ​ງວ່າ ບັນດາ​ການ​ພິພາດ​ອະທິປະ​ໄຕ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ ຍາມ​ໃດ​ກໍ​ເປັນ​ໄພ​ເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງ, ​ແຕ່​ຈີນ ​ແລະ ບັນດາ​ປະ​ເທດ​ອາຊຽນ ພວມ​ສະ​ແດງ​ທ່າ​ທີ​ພະຍາຍາມ​ບັນ​ເທົ່າ​ຄວາມ​ເຄັ່ງ​ຕຶງ​ໂດຍ​ໄວ. ຕອບສຳພາດ​ວົງ​ການນັກ​ຂ່າວຢູ່​ນອກ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ຢູ່​ກົວ​ລາ​ລຳ​ເປີ​ປະ​ເທດ​ມາ​ເລ​ເຊຍ, ທ່ານ​ເລຂາ​ທິການ​​ໃຫຍ່​ອາ​ຊຽນ Surin Pitsuwan ​ໃຫ້​ຮູ້​ວ່າ ​ໄດ້​ມີ​ບັນດາ​ສັນຍານ​ອັນ​ຕັ້ງໜ້າ​ໃນ​ການ​ປຶກສາ​ຫາລື​ຄັ້ງ​ຕ່າງ​ໆ​ຢ່າງ​ບໍ່​ເປັນ​ທາງ​ການ​ທີ່​ດຳ​ເນີນ​ໃນ​ອາທິດ​ນີ້​ຢູ່​ເຂດ​ຕາກ​ອາກາດ​ພັດຕະຢາ​ຂອງ​ໄທ​ລະຫວ່າງ ຈີນກັບ 10 ປະ​ເທດ​ອາ​ຊຽນ. ທ່ານ​ເລຂາ​ທິການ​​ໃຫຍ່​ອາ​ຊຽນ Surin Pitsuwan ​ເວົ້າ​ວ່າ ປະຈຸ​ບັນ 2 ຝ່າຍ​ພວມ​ຢາກ​ສ້າງປະມວນ​ຂໍ້​ກຳນົດການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຫຼື COC ​ໃຫ້​ສຳ​ເລັດ​ຍິ່ງ​ໄວ​ກໍ​ຍິ່ງ​ດີ, ​ເພາະວ່າ​ຖ້າ​ຫາກ​ຊັກ​ຊ້າ ຈະ​ສົ່ງຜົນ​ສະທ້ອນ​ເຖິງ​ສິດຜົນປະ​ໂຫຍ​ດ ຂອງ​ທຸກໆ​ຝ່າຍ.

 

 

ຂ່າວ/ບົດ​ອື່ນ