ອາຊຽນຕ້ອງສະແດງໃຫ້ເຫັນທັດສະນະລວມແລະມີຄວາມຮັບຜິດຊອບຕໍ່ບັນດາບັນຫາຢູ່ພາກພື້ນ

ອາຊຽນຕ້ອງສະແດງໃຫ້ເຫັນທັດສະນະລວມແລະມີຄວາມຮັບຜິດຊອບຕໍ່ບັນດາບັນຫາຢູ່ພາກພື້ນ - ảnh 1
(ພາບປະກອບ)


(vovworld) – ອາ​ຊຽນ ຕ້ອງ​ສະ​ແດງ​ໃຫ້​ເຫັນ​ທັ​ດສະ​ນະ​ລວ​ມ​ ແລະ​ ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ບັນດາ​ບັນຫາ​ຢູ່​ພາກ​ພື້ນ. ສິ່ງ​​ດັ່ງກ່າວ​​ໂດຍລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ສິງຄະ​​ໂປ ​ເນັ້ນ​ໜັກທີ່​ວາລະທາ​ບທາມ​ຄວາມ​ເຫັນ​ດ້ານ​ການ​ເມືອງ ຄັ້ງ​ທີ 9 ​ແລະ ງານ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ 2 ກະຊວງ​ການ​ຕ່າງປະ​ເທດ ​ຖືກດຳ​ເນີນ​ໄປ​ໃນ​ວັນ​ທີ 17/08, ຢູ່​ຮ່າ​ໂນ້ຍ. ທີ່​ບັນດາ​ການ​ພົບ​ປະ, 2 ຝ່າຍ​ໄດ້​ເຫັນ​ດີ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ກວ່າ​ອີກ ​ແລະ ຍູ້​ແຮງ​ການ​ເຊື່ອມ​ຕໍ່ 2 ພື້ນຖານ​ເສດຖະກິດ, ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ຮ່ວມ​ມື​ລົງທຶນ, ຊຸດ​ຍູ້​ການ​ຄ້າ 2 ຝ່າຍ ​ແລະ ສືບ​ຕໍ່​ຍູ້​ແຮງການ​ຮ່ວມ​ມື​ດ້ານ​ປ​້​ອງກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ສຶກສາ, ການທ່ອງທ່ຽວ ​ແລະ ​ໃນ​ຂົງ​ເຂດ​ອື່ນໆ​ອີກ.

        ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ອາ​ຊຽນ ​ແລະ ບັນຫາ​ທະ​ເລ​ຕາ​ເວັນອອກ, 2 ຝ່າຍ​ຢືນຢັນ ສືບ​ຕໍ່ສົມທົບກັນ ​ແລະ ມານະ​ພະຍາຍາມ​ພ້ອມ​ກັບ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ ອື່ນ ສ້າງ​ຕັ້ງ​ປະຊາ​ຄົມ, ຍົກ​ສູງ​ຄວາມ​ສາມັກຄີ ​ແລະ ​ເສີມ​ຂະ​ຫຍາ​ຍບົດບາດ​​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ ​ແລະ​ໃນ​​ໂຄງ​ປະກອບພາກ​ພື້ນ​ທີ່​ພວມ​ສ້າງ​ຕັ້ງ. 2 ຝ່າຍ​ເນັ້ນ​ໜັກ​ວ່າ: ອາ​ຊຽນ ຕ້ອງ​ສະ​ແດງ​ໃຫ້​ເຫັນ​ທັດສະ​ນະ​ລວ​ມ​ ແລະ​ ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ບັນດາ​ບັນຫາສຳຄັນ​ຢູ່​ພາກ​ພື້ນ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ຕ້ອງບັນລຸ​ໄດ້​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ. ສິງກະ​​ໂປ ຢືນຢັນ​ວ່າ, ​ໃນ​ບົດບາດ​ເປັນ​ຜູ້ປະສານ​ງານ (2015 - 2018) ຈະ​ມານະ​ພະຍາຍາມ​ຊຸຸກຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊຽນ ​ແລະ ຈີນ. ວາລະ​ທາ​ບທາມ​ຄວາມ​ເຫັນ​ດ້ານ​ການ​ເມືອງ ຄັ້ງ​ທີ 10 ລະຫວ່າງຫວຽດນາມ - ສິງ​ຄະ​​ໂປ ຈະ​​ດຳ​​ເນີນ​ໄປ​ຢູ່​ສິງ​ກະ​​ໂປ ​ໃນ​ປີ 2016.

ຂ່າວ/ບົດ​ອື່ນ