ອາ​ຊຽນ​​ຝືກ​ຊ້ອມ​ການ​ຮັບ​ມື ​ກັບ​ໄພ​ທຳ​ມະ​ຊາດໂດຍ​ດ່ວນ

(VOVWORLD) -  ການຝືກຊ້ອມມີການເຂົ້າຮ່ວມຂອງຜູ້ຕາງໜ້າທີ່ ອິນໂດເນເຊຍ, ບັນດາປະເທດສະມາຊິກ ອາຊຽນ ແລະ ຄະນະເລຂາອາຊຽນຫຼາຍ ກ່ວາ 1000 ຄົນ.
ອາ​ຊຽນ​​ຝືກ​ຊ້ອມ​ການ​ຮັບ​ມື ​ກັບ​ໄພ​ທຳ​ມະ​ຊາດໂດຍ​ດ່ວນ - ảnh 1ພາບປະກອບ: THX/TTXVN

ການຝືກຊ້ອມຮັບມື ກັບໄພທຳມະຊາດໂດຍດ່ວນຂອງ ອາຊຽນ ໄດ້ດຳເນີນໃນລະຫວ່າງວັນທີ 1 - 4 ສິງຫາ, ຢູ່ແຂວງ Yogyakarta ຂອງ ອິນໂດເນເຊຍ,ດ້ວຍໂຄງການດຳເນີນງານຫຼັກ ແມ່ນການຝືກຊ້ອມ ກໍລະນີຮັບມືໂດຍດ່ວນເພື່ອຫຼຸດຜ່ອນຜົນເສຍຫາຍຈາກໄພທຳມະຊາດ. ການຝືກຊ້ອມມີການເຂົ້າຮ່ວມຂອງຜູ້ຕາງໜ້າທີ່ ອິນໂດເນເຊຍ, ບັນດາປະເທດສະມາຊິກ ອາຊຽນ ແລະ ຄະນະເລຂາອາຊຽນຫຼາຍ ກ່ວາ 1000 ຄົນ.

ຜ່ານການຝືກຊ້ອມ, ຄະນະຈັດຕັ້ງຫວັງວ່າບັນດາປະເທດ ອາຊຽນອາດຈະແບ່ງປັນ ແລະ ຖ່າຍທອດຄວາມຮູ້ເຊິ່ງກັນແລະກັນ ເພື່ອຫຼຸດຜ່ອນຜົນເສຍຫາຍຈາກໄພທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ