ອາຊຽນພ້ອມແລ້ວທີ່ຈະກູ້ຊ່ວຍຟິລິບປີນແລະຊ່ວຍເຫລືອຫວຽດນາມຫລັງພາຍຸHaiyan

ອາຊຽນພ້ອມແລ້ວທີ່ຈະກູ້ຊ່ວຍຟິລິບປີນແລະຊ່ວຍເຫລືອຫວຽດນາມຫລັງພາຍຸHaiyan - ảnh 1
ເຄື່ອງກູ້ຊ່ວຍໄດ້ສົ່ງເຖິງ Tacloban
ພາບ:Reuters

(vovworld)- ​​​​ ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມີ​ງ ​ໃຫ້​ຮູ້​ວ່າ: ​ໃນ​ອາທິດ​ນີ້, ອາ​ຊຽນ ຈະ​ສົ່ງ​ເຄື່ອງ​ກູ້​ຊ່ວຍ​ຢ່າ​ງຮີບ​ດ່ວນ​ເຖິງ​ Tacloban, ຊື່​ງ​ແມ່ນ​ເຂດ​ທີ່​ຖືກ​ຜົນ​ເສຍ​ຫາຍ​ກ່ຽວ​ກັບ​ຊີວິດ​ອິນ​ຊີ ​ແລະ ຊັບ​ສິນຢ່າງ​ຫນັກຫນ່ວງ​ທີ່​ສຸດຈາກ​ພາຍຸ Haiyan. ອາ​ຊຽນ ພວມ​ກະກຽມ​ແຫ​ລ່ງກຳລັງ​ເພື່ອ​ຕອບ​ສະຫນອງ​ບັນດາ​ຄວາມ​ຕ້ອງການ​ທີ່​ຈຳ​ເປັນ​ຂອງ​ປະຊາຊົນ​ຢູ່​ເຂ​ດ​ປະສົບ​ໄພ, ພິ​ເສດ​ແມ່ນ​ນ້ຳ​ສະອາດ ​ແລະ ສະບຽບອາຫານ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ການ​ກີດຂວາງ​ປະຈຸ​ບັນ ​ນັ້ນ​ແມ່ນບັນຫາ​ພະລາທິການ ຍ້ອນສະຫນາມ​ບິນ​ຢູ່ Tacloban ຖືກທຳລາຍ. ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ຊື່​ງພາຍຸ Haiyan ກໍ່​ຂຶ້ນ​ສຳລັບ​ຫວຽດນາມ,   ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມີ​ງ ຢືນຢັນ: ອາ​ຊຽນ ພ້ອມ​ແລ້ວ​ທີ່​ຈະຫນູນ​ຊ່ວຍ​ຫວຽດນາມ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ໄພ​ທຳ​ມະ​ຊາດ ຖ້າ​ຫາກ​ມີ​ຄຳ​ສະ​ເຫ​ນີ ພ້ອມ​ທັງ​ຫນູນ​ຊ່ວຍ​ຫວຽດນາມ ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ. ຄຽງ​ຄູ່​ກັບ​ການ​ກູ້​ຊ່ວຍ​ຂອງ ອາ​ຊຽນ, ຫລາ​ຍອົງການ​ພາກ​ພື້ນ, ສາກົນ ​ແລະ ບັນດາ​ປະ​ເທດ​ໃນ​ໂລກ ພວມ​ຕັ້ງຫນ້າ​ຫນູນ​ຊ່ວຍ​ລັດຖະບານ ​ແລະ ປະຊາຊົນ ຟິລິບ​ປີນ ​ແກ້​ໄຂຜົນ​ຮ້າຍ​ຢ້ອນ​ຫລັງ​ຊື່​ງພາຍຸ Haiyan ກໍ່​ຂຶ້ນ. ສປຊ ປະກາດ​ແຜນການ​ກູ້​ຊ່ວຍ​ຂຶ້ນ​ເຖິງ 300 ລ້ານ USD. ຍີ່​ປຸ່ນ, ອາຣັບບີ ຊາ​ອຸ​ດີ, ອົດ​ສະ​ຕາ​ລີ ​ແຕ່ລະ​ປະ​ເທດ​ຊ່ວຍ​ເຫລືອ​ຈຳນວນ​ເງິນ​ເກືອບ 10 ລ້ານ USD. ຫວຽດນາມ ​ແລະ ຈີນ ຊື່​ງ​ແມ່ນ​ສອງ​ປະ​ເທດ​ທີ່​ຖືກ​ຜົນ​ສະທ້ອນ​ຈາກ​ພາຍຸ Haiyan ກໍ​ສະ​ເຫ​ນີ​ໃຫ້​ກູ້​ຊ່ວຍ ຟິລິບ​ປີນ.

ຂ່າວ/ບົດ​ອື່ນ