ອາຊຽນມີກົນໄກຖືກຕ້ອງເພື່ອແກ້ໄຂຄວາມຂັດແຍ້ງກັນບົນທະເລ

ອາຊຽນມີກົນໄກຖືກຕ້ອງເພື່ອແກ້ໄຂຄວາມຂັດແຍ້ງກັນບົນທະເລ - ảnh 1
ຫົວໜ້າ​ຄະນະ​ເລຂາ​ແຫ່ງ​ຊາດ​ອາ​ຊຽນ - ມາ​ເລ​ເຊຍ
Muhammad Shahrul Ikram Yaakob
(ພາບ: sabahkini.com)


(vovworld) - ວັນ​ທີ 10/6, ຫົວໜ້າ​ຄະນະ​ເລຂາ​ແຫ່ງ​ຊາດ​ອາ​ຊຽນ - ມາ​ເລ​ເຊຍ, Muhammad Shahrul Ikram Yaakob ​ໃຫ້​ຮູ້​ວ່າ. ອາ​ຊຽນ​ເຊື່ອ​ໝັ້ນ​ວ່າ​ຈະ​ມີ​ກົນ​ໄກ​ຢ່າງ​ຖືກຕ້ອງ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ກ່າວ​ຄວາມ​ເຫັນ​ພາຍຫຼັງ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ຊຽນ (ຊອມ - ອາ​ຊຽນ) ​ແລະ​ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ, ທ່ານ Ikram Yaakobຖະ​ແຫຼ​ງວ່າ​, ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ, ​ໃນ​ນັ້ນ​ມີ​ຈີນ, ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ​ເຈົ້າ​ໜ້າ​ທີ່​ຜູ້​ນີ້​ກ່າວ​ວ່າ: “ຄວາມ​ຄື​ບໜ້າ​ຕົ້ນຕໍ​ຂອງ​ການ​ປຶກສາ​ຫາລື​ນັ້ນ​ແມ່ນ ອາ​ຊຽນ ​ແລະ ຈີນ ຈະ​ສືບ​ຕໍ່​ເຮັດ​ວຽກ​ດ້ວຍ​ລັກສະນະ​ສ້າງສັນ, ​ແລະ ຈະ​ພ້ອມ​ກັນ​ແກ້​ໄຂ​ບາງ​ບັນຫາ​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ. ປະຈຸ​ບັນ​ພວກ​ຂ້າພະ​ເຈົ້າ​ມີ​ກົນ​ໄກ​ພິຈາລະນາ​ພາຍ​ໃຕ້​ຮູບ​ການ​ເອກະສານ“, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ “ສິ່ງ​ສຳຄັນ​ໃຫ້​ທຸກ​ຝ່າຍ​ແມ່ນ​ເຫັນ​ດີ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ສັນຕິ​ວິທີ ​ແລະ ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ“

ຂ່າວ/ບົດ​ອື່ນ