ອາຊຽນມູ່ງໄປສູ່ວັນສາກົນລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ

ອາຊຽນມູ່ງໄປສູ່ວັນສາກົນລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ - ảnh 1
ພາບປະກອບ

(vovworld) - ທີ່​ກອງ​ປະ​ຊູ​ມຄັ້ງທີ 8 ຂອງ​ຄະນະ​ກຳມະການ ອາຊຽນ ກ່ຽວກັບ​ການ​ຊຸກຍູ້ ​ແລະ ປົກ​ປ້ອງ​ສິດ​ຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ (ACWC), ​ເຊິ່ງຫາ​ກໍ​ໄດ້​ຈັດຕັ້ງຢູ່ Jakarta, ບັນດາ​ຜູ້​ແທນ​ຕີ​ລາຄາ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າຂອງ ACWC ​ເພື່ອ​ປະຕິບັດ​ຄຳ​ຖະ​ແຫຼງກ່ຽວກັບ​ລົບ​ລ້າງການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກນ້ອຍ. ຕາມ​ນັ້ນ, ACWC ​ໄດ້​ສົມທົບ​ກັບ​ກະຊວງ​ແມ່ຍິງ, ຄອບຄົວ, ​ແລະ ພັດທະນາ​ປະຊາ​ຄົມ ມາ​​ເລ​ເຊຍ ຮຽບຮຽງ ​ແລະ ພິມ​ຈຳໜ່າຍປື້ມກ່ຽວກັບ​ບົດ​ຮຽນດີທີ່​ສຸດ​ໃນ​ການລົບ​ລ້າງການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​​ແມ່ຍິງ ​ແລະ ​ເດັກນ້ອຍ​ໃນ ອາຊຽນ; ຈັດຕັ້ງການ​ທາ​ບທາມ​ຄວາມ​ເຫັນ​ກ່ຽວກັບ​ກົນ​ໄກ​ເຄື່ອນ​ໄຫວ​ກໍ່​ຄືການໜູນຊ່ວຍ​ໃຫ້​ແກ່ອາຊຽນ​​ໃນ​ຂົງ​ເຂດ​ປົກ​ປ້ອງ​​ແມ່ຍິງ ​ແລະ ​ເດັກນ້ອຍກັບ​ບັນດາ​ເຈົ້າໜ້າທີ່​ລັດຖະບານ​ທີ່​ກ່ຽວຂ້ອງ​ເຖີງ​ແມ່ຍິງ ​ແລະ ​ເດັກນ້ອຍ​ບັນດາ​ປະ​ເທດ ອົດສຕາ​ລີ,​ ອາ​​ເມ​ລິກາ ​ແລະ ສະຫະພາບ ​ເອີຣົບ(EU); ACWC ປຸກລະດົມ ​ແລະ ຮຽກຮ້ອງ 10 ປະ​ເທດ ສະມາຊິກ​ອາຊຽນ ພ້ອມກັນປະຕິບັດ​ບັ້ນໂຄສະນາ​ດ້ວຍ​ຫົວ​ຂໍ້ “ ສິ້ນສຸດການ​ໃຊ້ຄວາມ​ຮຸນ​ແຮງ​ຕໍ່ແມ່ຍິງ” ​ຜ່ານ​ຮູບ​ແບບ​ແຈກ​ຢາ​ຍ​ໃບ​ປິວ, ປ້າຍ​​ໂຄສະນາ ​ແລະ ຈຳໜ່າຍວີດີໂອເພື່ອມຸ່ງໄປສູ່ວັນສາກົນລົບລ້າງການ​ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ(ວັນ​ທີ 25/11).

ຂ່າວ/ບົດ​ອື່ນ