ອາຊຽນ-ສ.ເກົາຫຼີ ເຫັນດີເພີ່ມທະວີການຮ່ວມມືດ້ານສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -2 ຝ່າຍໄດ້ແລກປ່ຽນກ່ຽວກັບວິທີການເປີດກວ້າງການຮ່ວມມືດ້ານນະໂຍບາຍ ແລະ ເຕັກໂນໂລຊີເພື່ອແກ້ໄຂບັນດາບັນຫາສິ່ງແວດລ້ອມ
ອາຊຽນ-ສ.ເກົາຫຼີ ເຫັນດີເພີ່ມທະວີການຮ່ວມມືດ້ານສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ - ảnh 1(ພາບປະກອບ: AP/TTXVN)

ວັນທີ 16 ກັນຍາ, ສ.ເກົາຫຼີ ແລະ ອາຊຽນ ໄດ້ຈັດການເຈລະຈາແບບທາງໄກກ່ຽວກັບການຮ່ວມມືດ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາບັນຫາສິ່ງແວດລ້ອມອື່ນໆ. ທ່ານ Lee Tong-q, ຫົວໜ້າກົມຮັບຜິດຊອບບັນດາບັນຫາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານ, ສິ່ງແວດລ້ອມ ແລະ ວິທະຍາສາດ ແລະ ຄູ່ຮ່ວມຕຳແໜ່ງອາຊຽນ, ທ່ານ ຫງວຽນມິນເກື່ອງ, ໄດ້ເປັນປະທານກອງປະຊຸມ.

        ທີ່ກອງປະຊຸມ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບວິທີການເປີດກວ້າງການຮ່ວມມືດ້ານນະໂຍບາຍ ແລະ ເຕັກໂນໂລຊີເພື່ອແກ້ໄຂບັນດາບັນຫາສິ່ງແວດລ້ອມ; ເຫັນດີຈັດການປະຊຸມຢ່າງໜ້ອຍສຸດ 1 ປີເທື່ອໜຶ່ງ ເພື່ອແບ່ງປັນບົດຮຽນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ກໍຄືບັນດາບັນຫາອື່ນ ແລະ ສືບຕໍ່ກຳນົດບັນດາຂົງເຂດຮ່ວມມື 2 ຝ່າຍ. ພິເສດ, ຝ່າຍສ.ເກົາຫຼີ ກໍ່ສະແດງຄວາມປາດຖະໜາຢາກຮ່ວມມືກັບບັນດາປະເທດອາຊຽນ ຫຼາຍກວ່າ ໃນການເພີ່ມທະວີກຳລັງແກ້ໄຂສິ່ງເສດເຫຼືອທະເລ ແລະ ເພີ່ມທະວີການເຮັດໃຫ້ກາກບອນເປັນກາງ ແລະ ຟື້ນຟູປ່າ.

ຕອບກັບ

ຂ່າວ/ບົດ​ອື່ນ