ອາຊຽນຮັບຮອງເອົາຖະແຫລງການຮ່ວມກ່ຽວກັບການປ້ອງກັນແລະຕ້ານອາດຊະຍາກຳຂ້າມຊາດ

ອາຊຽນຮັບຮອງເອົາຖະແຫລງການຮ່ວມກ່ຽວກັບການປ້ອງກັນແລະຕ້ານອາດຊະຍາກຳຂ້າມຊາດ - ảnh 1
ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ
ພາບ:internet

(vovworld)-  ພາຍຫລັງ​ພິທີ​ໄຂ​ໃນ​ວັນ​ທີ 17/9, ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ບັນດາ​ປະ​ເທດ​ອາ​ຊຽນ ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ​ຄັ້ງ​ທີ 9 ​ໄດ້​ດຳເນີນວາລະ​ປະຊຸມ​ຢ່າງ​ເປັນ​ທາງ​ການ. ກອງ​ປະຊຸມ​ໄດ້​ສຳ​ຫລວດ​ກວດຄືນ, ຕີ​ລາຄາ​ຄືນ​ບັນດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ອາດ​ຊະ​ຍາ​ກຳ​, ​ໃນ​ນັ້ນ ມີ 8 ຂົງ​ເຂດ​ຊື່​ງບັນດາ​ປະ​ເທດ​ອາ​ຊຽນພວມສົນ​ໃຈ. ບັນດາ​ຜູ້​ແທນ​ກໍ​ໄດ້​ຕີ​ລາຄາ​ກ່ຽວ​ກັບ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ປະຊາ​ຄົມ​ອາ​ຊຽນ, ຫນູນ​ຊ່ວຍ​ເຊິ່ງກັນ ​ແລະ​ກັນ​ໃນ​ການ​ສ້າງ​ກອບ​ກົດໝາຍ, ພິ​ເສດ​ແມ່ນ​ສ້າງ​ບັນດາ​ສົນທິສັນ​ຍາ​ຂອງ​ອາຊຽນກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ ​ແລະ ​ແຜນການ​ດຳ​ເນີນ​ງານ​ແຕ່​​ປີ 2013 ຮອດ​ປີ 2015 ​ເພື່ອ​ຄວາມ​ໝັ້ນຄົງ​ຂອງ​ປະຊາ​ຄົມ​ອາ​ຊຽນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານພົນ​ເອກ ​ເຈີ​ນດ້າຍ​ກວາງ ຫົວຫນ້າຄະນະ​ຜູ້​ແທນ​ຫວຽດນາມ,​ລັດ​ຖະມົນຕີ​ກະຊວງ​ຕຳ​ຫລວດ​ຫວຽດນາມ ​ໄດ້​ສ​ະ​ເຫ​ນີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ປະຕິບັດ​ກົດໝາຍ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ​ກວ່າ​ອີກ, ພ້ອມ​ທັງ​ສືບ​ຕໍ່​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ​ຂອງ​ແຕ່ລະ​ປະ​ເທດ ກໍ​ຄື​ພາຍ​ໃນ​ກຸ່ມ​ອາ​ຊຽນ ​ແລະ ​ຍາດ​ແຍ່ງ​ການ​ຫນູນ​ຊ່ວຍ​ຂອງ​ບັນດາ​ຄູ່​ເຈລະຈາ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ, ​ແຜນການ ອາ​ຊຽນກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ຢ່າງ​ມີ​ປະສິດທິ​ຜົນ.

ທີ່​ວາລະ​ປະຊຸມ, ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ຖະ​ແຫລ​ງການ​ຮ່ວມ, ​ໃນ​ນັ້ນ ຢືນຢັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ​ເພ່ືອ​ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

 

 

 

ຂ່າວ/ບົດ​ອື່ນ