ອາຊຽນຮັບຮອງເອົາບັນດາບຸລິມະສິດຮ່ວມມືເສດຖະກິດຊຸກຍູ້ການເຊື່ອມຕໍ່ໃນພາກພື້ນ

(VOVWORLD) - ກ່າວຄຳເຫັນຢູ່ນອກກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເຈີ່ນກວກແຄ໋ງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດ ນຳໜ້າໃນການປະຕິບັດບັນດາຄຳໝັ້ນສັນຍາສ້າງຕັ້ງປະຊາຄົມເສດຖະກິດ ອາຊຽນ (AEC).
ອາຊຽນຮັບຮອງເອົາບັນດາບຸລິມະສິດຮ່ວມມືເສດຖະກິດຊຸກຍູ້ການເຊື່ອມຕໍ່ໃນພາກພື້ນ  - ảnh 1 ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ

ວັນທີ 2 ມີນາ, ບັນດາລັດຖະມົນຕີເສດຖະກິດ 10 ປະເທດ ອາຊຽນ ໄດ້ຮັບຮອງເອົາບັນດາການຮ່ວມມືບຸລິມະສິດເສດຖະກິດໂດຍ ສິງກະໂປ, ຊຶ່ງແມ່ນປະເທດເປັນປະທານ ອາຊຽນ 2018 ສະເໜີເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ ກໍ່ຄືຍົກສູງທີ່ຕັ້ງບົດບາດຂອງ ອາຂຽນ. ກ່າວຄຳເຫັນຢູ່ນອກກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເຈີ່ນກວກແຄ໋ງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດ ນຳໜ້າໃນການປະຕິບັດບັນດາຄຳໝັ້ນສັນຍາສ້າງຕັ້ງປະຊາຄົມເສດຖະກິດ ອາຊຽນ (AEC). ຫວຽດນາມ ກໍ່ຕັ້ງໜ້າສົມທົບກັບ ອາຊຽນ ປະຕິບັດສຳເລັດການສ້າງດັດຊະນີສ້າງຄວາມສະດວກດ້ານການຄ້າ (TFI) ເພື່ອວັດແທກລະດັບຄວາມສະດວກດ້ານການຄ້າຂອງແຕ່ລະປະເທດ ອາຊຽນ. ບົນພື້ນຖານນັ້ນ,  ອາຊຽນ ຈະຍົກອອກມາຂໍ້ສະເໜີແນະສຳລັບແຕ່ລະປະເທດ ກ່ຽວກັບມາດຕະການຕ້ອງປັບປຸງເພື່ອອາດຈະວາງຄາດໝາຍຫລຸດຜ່ອນ 10% ລາຍຈ່າຍດ້ານການຄ້າໃນປີ 2020 ແລະ ເພີ່ມວົງເງິນການຄ້າພາຍໃນກຸ່ມຂຶ້ນທົບ 2 ເທົ່າໃນປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ