ອາຊຽນຮຽກຮ້ອງໃຫ້ຈີນເຄົາລົບນັບຖືສົນທິສັນຍາຂອງສປຊກ່ຽວກັບກົດໝາຍວ່າດ້ວຍທະເລ1982

ອາຊຽນຮຽກຮ້ອງໃຫ້ຈີນເຄົາລົບນັບຖືສົນທິສັນຍາຂອງສປຊກ່ຽວກັບກົດໝາຍວ່າດ້ວຍທະເລ1982 - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສິງ​ກາ​ໂປ Sanmugam
(ພາບ: laodong.com.vn)

(vovworld) – ວັນ​ທີ 12/5, ທ່ານນາຍົກລັດຖະມົນຕີ ສິງ​ກາ​ໂປ ຫຼີຊຽນຫຼົງ ​ໄດ້​ຊົມ​ເຊີຍ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ກ່ຽວ​ກັບ​ສະພາບ​ການ​ຮ້າຍ​ແຮງ​ໃນ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຊີ້​ແຈ້ງ​ວ່າ: ​ເຖິງ​ວ່າ ຈີນ ຖື​ບັນດາ​ການ​ປະ​ທະ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ບັນ​ຫາ 2 ຝ່າຍ ລະຫວ່າງ ຈີນ ​ແລະ ບັນດາ​ປະ​ເທດທີ່​ກ່ຽວຂ້ອງກໍ່ຕາມ, ​ແຕ່​ທັດສະນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ສິງ​ກາ​​ໂປ ​ແລະ ​ບັນດາ​ປະ​ເທດ ອາ​ຊຽນ ພັດຢືນຢັນວ່າ: ຄວາມ​ສະຫງົບ ​ແລະ ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​​ແມ່ນອີງ​ໃສ່​ທຸກສິ່ງ​ທຸກ​ຢ່າງທີ່​ເກີດ​ຂຶ້ນ​ຢູ່​ເຂດ​ທະ​ເລ​ນີ້, ດັ່ງ​ນັ້ນ ອາ​ຊຽນ ຕ້ອງ​ມີ​ທັດສະນະ​ກ່ຽວ​ກັບ​ສະພາບ​ການ​ໃນ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຕາມ​ທັດສະນະ​ນີ້​, ​​ກ່າວ​ຄຳ​ເຫັນ​ຕໍ່​ສື່​ມວນ​ຊົນ​ເມື່ອ​ໄປ​ຮອດ ອາ​ເມ​ລິ​ກາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສິງ​ກາ​ໂປ Sanmugam, ຢືນຢັນ​ວ່າ:

“ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ​ໄດ້​ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ​ບັນດາບັນຫາ​ພາກ​ພື້ນ ​ແລະ ທະ​ເລ​ຕາ​ເວັນ​ອອກ. ພວກ​ຂ້າພະ​ເຈົ້າ​ບໍ່​ຢາກ​ປ​ະ​ໃຫ້​ສະພາບມີ​ຄວາມ​ເຄັ່ງ​ຕຶງ, ພວກ​ຂ້າພະ​ເຈົ້າ​ຢາກ​ຊຸກຍູ້​ການ​ສ້າງ​ຂໍ້​ກຳນົດກ່ຽວ​ກັບ​ການ​ປະພຶດ. ພວກ​ຂ້າພະ​ເຈົ້າ​ຢາກ​ໃຫ້​ບັນດາ​ຝ່າຍ​ກ່ຽວ​ຂ້ອງ​ແກ້​ໄຂ​ການ​ພິດ​ພາດຕາມ​ວິທີ​ສາມາດ​ຮັບ​ຮູ້​ໄດ້.”

ຢູ່ ອິນ​ເດຍ, ນັກຮຽນ​ຮູ້ Vinod Anand, ນັກ​ຊ່ຽວຊານ​ຂັ້ນ​ສູງ​ຢູ່​ກອງ​ທຶນ​ສາກົນ Vivekananda ຢູ່​ New Delhi, ຢືນຢັນ ການ​ກະທຳ​ຂອງ ຈີນ ບໍ່​ພຽງ​ແຕ່​ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ລະ​ເມີດ​ບັນດາ​ຂໍ້​ມາດຕາ​ຂອງ​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS) ອີກ​ດ້ວຍ. ທ່ານ Vinod Anand ຊີ້​ແຈ້​ງວ່າ: ​ເລື່ອງ ຈີນ ນຳ​ຮ້ານ​ເຈາະ​ນ້ຳ​ມັນ ພ້ອມ​ກັບ​ກຳ່​ປັນ​​ແລະ ​ເຮືອ​ບິນ​ປ້ອງ​ກັນຫຼາຍ​ລຳ​ເຂົ້າ​ທະ​ເລ ຫວຽດນາມ ​ແມ່ນ​ການ​ກະທຳກະຫາຍ​ສົງ​ຄາມ, ​ແນ​ໃສ່​ຍູ້​ແຮງ​ບັນດາ​ຄຳ​ຮຽກ​ສິດ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ຈະ​ແຈ້ງ. ຕາມ​ທ່ານ Vinod Anand ​ແລ້ວ, ບັນດາ​ປະ​ເທດ ອາ​ຊຽນ ຄວນ​ຮັດ​ແໜ້ນ​ກຸ່ມ​ກ້ອນ​ສາມັກຄີ, ພ້ອມ​ກັບ​ປະຊາ​ຄົມ​ໂລກ​ຮຽກຮ້ອງ​ໃຫ້ ຈີນ ​ເຂົ້າ​ຮ່ວມ​ປະມວນ​ຂໍ້​ກຳນົດ​​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ທ່ານ​ກໍ່​ເນັ້ນ​ໜັກ​ວ່າ: ຕ້ອງ​ແກ້​ໄຂ​ການ​ພິດ​ພາດ​ດ້ວຍ​ສັນ​ຕິ​ວິທີ, ການ​ກະທຳ​ຂອງ ຈີນ ​ພຽງ​ແຕ່​​ເພີ່ມຄວາມ​ເຄັ່ງຕຶງ​, ​ສົ່ງ​ຜົນ​ສະທ້ອນ​ຢ່າງ​ຍໍ້​ທໍ້​ເຖິງ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ເທົ່າ​ນັ້ນ.

ຫາງ​ສຽງ​ສາກົນ​ຕີ​ລາຄາ​ສູງ​ເລື່ອງ​ອາ​ຊຽນອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ

​ເລື່່ອງ ອາ​ຊຽນ ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ທີ່​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 24 ຫາ​ກໍ່​ຈັດ​ຕັ້ງ​ຂຶ້ນ​ຢູ່​ນະຄອນຫຼວງ Nay Pyi Taw, ປະ​ເທດ ມຽນມາ, ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນ​ດາ​ການ​ນຳ, ນັກ​ຊ່ຽວຊານ, ນັກຮຽນ​ຮູ້ ​ແລະ ສື່​ມວນ​ຊົນ​ສາກົນ. ທີ່ Manila, ທ່ານ​ປະທານາທິບໍດີ ຟິລິບ​ປິນ Benigno Aquino ​ໃຫ້​ຮູ້​ວ່າ: ທ່ານ​ມີ​ຄວາມ​ເພິ​ງພໍ​ໃຈ​ຍ້ອນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ບັນດາ​ການ​ນຳ ອາ​ຊຽນ ​ແລະ ຖະ​ແຫຼ​ງການ​ຮ່ວມ​. ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono ​ແບ່ງ​ປັນ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງວ່າ: ອິນ​ໂດ​ເນ​ເຊຍ ອາດຈະ​ເປັນ​ປະ​ເທດ​ປ​ະສານ​ງານ​ຕິດ​ຕໍ່​ພົວພັນ​ລະຫວ່າງ ຮ່າ​ໂນ້ຍ ​ແລະ ບັກ​ກິ່ງ ​ເພື່ອ​ແກ້​ໄຂ​ບັນຫາ, ບໍ່​ປະ​ໃຫ້​ຄວາມ​ເຄັ່ງ​ຕຶງ​ປິນຂັ້ນ​ໄດ.

    ​ໃນ​ຂະນະ​ນັ້ນ, ບັນດາ​ນັກ​ຊ່ຽວຊານ​ເນັ້ນ​ໜັກ​ວ່າ: ນີ້​​ເປັນ​ຄັ້ງ​ທຳ​ອິດ​ຫຼັກ​ໝັ້ນລວມທີ່​ແຂງ​ກະດ້າງ​ກ່ຽວ​ກັບ​ສະພາບ​ການ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​​ເວັນ​ອອກ​ໄດ້​ຍົກ​ອອກ​ມາ. ຖະ​ແຫຼ​ງການສະ​ເພາະ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ມີ​ຄວາມ​ໝາຍສຳຄັນ ຍ້ອນ​ວ່າ​ມັນສະ​ແດງ​ການ​ສະໜັບ​ສະ​ໜູນ​ທີ່​ມີ​ຕໍ່ ຫວຽດນາມ.



ຂ່າວ/ບົດ​ອື່ນ