ອາຊຽນເພີ່ມທະວີການຮ່ວມມືພັດທະນາຊົນນະບົດແລະການລົບລ້າງຄວາມອຶດຫິວທຸກຍາກ

ອາຊຽນເພີ່ມທະວີການຮ່ວມມືພັດທະນາຊົນນະບົດແລະການລົບລ້າງຄວາມອຶດຫິວທຸກຍາກ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ສິງ ທຳ​ມະ​ວົງ
​ພາບ:TTXVN

(vovworld)-  ກອງ​ປະ​ຊ​ຸມ​ຂັ້ນ​ລັດ​ຖະ​ມົນ​ຕີ ອາ​ຊຽນ ກ່ຽວ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລົບ​ລ້າງ​ຄ​ວາມ​ອຶດ​ຫິວ​ທຸກ​ຍາກ ຄັ້ງ​ທີ 9 ດ້ວຍ​ຫົວ​ຂໍ້ “ຄູ່​ຮ່ວມ​ມື​ພາກ​ເອ​ກະ​ຊົນ ແລະ ປະ​ຊາ​ຊົນ ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່ ອາ​ຊຽນ ຫລັງ​ປີ 2015” ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 17/10 ຢູ່​ນະ​ຄອນ​ຫລວງ ວຽງ​ຈັນ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ສິງ ທຳ​ມະ​ວົງ ເຊືື່ອ​ໝັ້ນ​ວ່າ ກອງ​ປະ​ຊຸມ​ຄັ້ງ​ນີ້ ຈະ​ແມ່ນ​ເວ​ທີ​ປາ​ໄສ​ສຳ​ຄັນ, ຊຸກ​ຍູ້​ຄວາ​ມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ ພ້ອມ​ທັງ​ແມ່ນ​ກາ​ລະ​ໂອ​ກາດ​ດີ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ອາ​ຊຽນ ແລກ​ປ່ຽນ​ບົດ​ຮຽນ​ລ້ຳ​ຄ່າ​ໃນ​ວຽກ​ງານ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລົບ​ລ້າງ​ຄວາມ​ອຶດ​ຫິວ​ທຸກ​ຍາກ ຜ່ານນັ້ນ ຊ່ວຍ​ຮັດ​ແຫນ້ນ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ອາ​ຊຽນ​ກວ່າ. ໃນ​ຂະ​ນະ​ນັ້ນ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ອາ​ຊຽນ ເລ​ເລືອງ​ມີງ ໃຫ້​ຮູ້​ວ່າ: ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແມ່ນ​ບຸ​ລິ​ມະ​ສິດ​ໃຫຍ່ ໃນ​ວິ​ວັດ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ກໍ​ຄື ໃນ​ວິ​ໄສ​ທັດ 2025 ຊື່ງ​ບັນ​ດາ​ການ​ນຳ ອາ​ຊຽນ ຈະ​ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ​ຄັ້ງ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ