ອາຊຽນເພີ່ມທະວີເຄືອຂ່າຍປົກປ້ອງຕົວພະຍານແລະຜູ້ປະສົບເຄາະຮ້າຍ

ອາຊຽນເພີ່ມທະວີເຄືອຂ່າຍປົກປ້ອງຕົວພະຍານແລະຜູ້ປະສົບເຄາະຮ້າຍ - ảnh 1
(ພາບປະກອບ)

(vovworld) – ​ວັນ​ທີ 24/08, ອົງການ​ປົກ​ປ້​ອງຕົວ​ພະຍານ​ແລະ​ຜູ້​ປະສົບ​ເຄາະ​ຮ້າຍ ອິນ​ໂດ​ເນ​ເຊຍ (LPSK) ​ໄດ້​ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ, ຈັດ​ຕັ້ງກອງ​ປະຊຸມ​ກັບ​ບັນດາ​ປະ​ເທດສະ​ມາ​ຊິກ​ອາ​ຊຽນ ຢູ່ Yogyakarta ​ເພື່ອ​ແນ​ໃສ່​ເພີ່ມ​ກຳລັງ​ຄວາມ​ສາມາດ​ຂອງ​ເຄືອ​ຂ່າຍບັນດາ​ອົງການນີ້. ກອງ​ປະຊຸມ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ສ້າງ​ບັນດາ​ມາດຕາ​ຂອງ​ເຄືອ​ຂ່າຍ​ອົງການສຳນັກງານ ພ້ອມ​ທັງ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ໃນ​ເຄືອ​ຂ່າຍ​ອີນ​ເຕີ​ແນັດລະຫວ່າງ​ບັນດາ​ອົງການປົກ​ປ້​ອງຕົວ​ພະຍານ​ແລະ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ພາກ​ພື້ນ​ອາ​ຊຽນ, ຜ່າ​ນນັ້ນ​ເພີ່ມ​ທະວີ​ການ​​ຮັບ​ມື​ກັບ​ບັນດາ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ.

ຂ່າວ/ບົດ​ອື່ນ