ອາຊຽນແມ່ນປະຊາຄົມຕິດຈອດກັນກ່ຽວກັບການເມືອງ, ຮ່ວມສຳພັນທາງດ້ານເສດຖະກິດ


ອາຊຽນແມ່ນປະຊາຄົມຕິດຈອດກັນກ່ຽວກັບການເມືອງ, ຮ່ວມສຳພັນທາງດ້ານເສດຖະກິດ  - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເລ​ຮ່​ວາຍ​ຈຸງ

(vovworld)- ອາ​ຊຽນ​ແມ່ນ​ປະ​ຊາ​ຄົມ​ຕິດ​ຈອດ​ກັນ​ກ່ຽວ​ກັບ​ການ​ເມືອງ, ຮ່ວມ​ສຳ​ພັນ​ທາງ​ດ້າ​ນ​ເສດ​ຖະ​ກິດ ແລະ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ສັງ​ຄົມ. ນັນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເລ​ຮ່​ວາຍ​ຈຸງ ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ “ກໍ່​ສ້າງ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ-ສັງ​ຄົມ​ອາ​ຊຽນ: ມຸ່ງ​ໄປ​ສູ່​ສີ​ສັນ​ລວມ-ບົດ​ຮຽນ​ຂອງ EU ” ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສົມ​ທົບ​ກັບ​ຄະ​ນະ​ຜູ້​ຕາງ​ໜ້າ EU ປະ​ຈຳ​ຫວຽດ​ນາມ​ຈັດ​ຂຶ້ນໃນ​ຕອນ​ເຊົ້າ​ວັນ​ທີ 26/8 ຢູ່​ຮ​່າ​ໂນ້ຍ. ກອງ​ປະ​ຊຸມ​ສຳ​ມະ​ນາຄັ້ງ​ນີ້ ຈະ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ 2 ຝ່າຍ​ປຶກ​ສາ​ຫາ​ລື​ບັນ​ດາ​ບົດ​ຮຽນ​ຂອງ EU ໃນ​ການກໍ່​ສ້າງ ແລະ ຄຸ້ມ​ຄອງວັດ​ທະ​ນະ​ທຳ​ສັງ​ຄົມ. ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເລ​ຮ່​ວາຍ​ຈຸງ ກ່າວ​ວ່າ :

“EU ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຮູບ​ແບບ​ທີ່​ສຳ​ເລັດ​ຜົນ​ທີ່​ສຸດ​ໃນ​ກນ​ສ້າງ​ປະ​ຊາ​ຄົມ​ໃນ​ທຸກໆ​ຂົງເຂດ. ອາ​ຊຽນ​ຈະ​ຖອດ​ຖອນ​ບົດ​ຮຽນ​ຈາກ EU ເພື່ອກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ເວົ້າ​ລວມ ແລະ ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ-ສັງ​ຄົມ​ອາ​ຊຽນ ເວົ້າ​ສະ​ເພາະ. ລະ​ຫວ່າງ​ອາ​ຊຽນ ແລະ EU ກໍ​ມີ​ຈຸດ​ທີ່​ຄ້າຍ​ຄື​ກັນ ແລະ ຄວາມ​ແຕກ​ຕ່າງ​ກັນ. ກອງ​ປະ​ຊຸມ​ສຳ​ມະ​ນາຄັ້ງ​ນີ້ ຍັງ​ແມ່ນ​ໂອ​ກາດເພື່ອ​ພັດ​ທະ​ນາ​ການ​ສົນ​ທະ​ນາ​ລະ​ຫວ່າງ ອາ​ຊຽນ ແລະ EU ເພື່ອ​ຊ່ວຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ທຸກ​ຂົງ​ເຂດ  ”

ຂ່າວ/ບົດ​ອື່ນ