ອາຊຽນແລະການາດາເພີ່ມທະວີການພົວພັນຄູ່ຮ່ວມມື

ອາຊຽນແລະການາດາເພີ່ມທະວີການພົວພັນຄູ່ຮ່ວມມື - ảnh 1
ທ່ານນາຍົກລັດຖະມົນຕີ ການາດາStephen Harper
ພາບ:nld.com.vn

(vovworld)- ​​ວັນ​ທີ 2/7 ຢູ່ ສິງກະ​ໂປ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສົນທະນາ ອາຊຽນ-ກາ​ນາ​ດາ​ຄັ້ງ​ທີ 11. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງປະຊຸມ​ສົນທະນາ ​​ໄດ້​ສຸມ​ໃສ່​ພິຈາລະນາ, ຕີ​ລາຄາ​ຄວາມ​ຄືບ​ຫນ້າການ​ຜັນ​ຂະຫຍາຍ​ແຜນການ​ດຳ​ເນີນ​ງານ ອາ​ຊຽນ -ກາ​ນາ​ດາ 2010-2015 ​ເພື່ອ​ປະຕິບັດ​ຖະ​ແຫລ​ງກາ​ນຮ່ວມ ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື ອາ​ຊຽນ - ກາ​ນາ​ດາ ​ໃນ 3 ​ເສົາ​ຄຳ້ຄື: ການ​ເມືອງ-​ການ​ປ້ອງ​ກັນຄວາມ​ສະຫງົບ, ວັດທະນະທຳ-​ສັງຄົມ ​ແລະ ​ເສດຖະກິດ ກໍ​ຄື​ການ​ຮ່ວມ​ມື​ພັດທະນາ. ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ວິທີ​ການ ​ແລະ ມາດ​ຕະການ ​ເພື່ອ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື ອາ​ຊຽນ-ກາ​ນາ​ດາ ​ໃນ​ຫລາຍ​ຂົງ​ເຂດ, ​ໃນ​ນັ້ນ ມີ​ບັນຫາ: ຕ້ານການ​ກໍ່​ການ​ຮ້າຍ, ອາດຊະຍາ​ກຳ​ຂ້າມ​ຊາດ​, ຄວາມ​ໝັ້ນຄົງ​ການ​​ເດີນ​ທະ​ເລ, ສິດທິ​ມະນຸດ, ການ​ຄ້າ,​ການ​ລົງທຶນດ, ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ, ພະລັງງານ​ສະອາດ ​ແລະ ໝັ້ນຄົງ.

        ທີ່​ກອງ​ປະຊຸມ, ກາ​ນາ​ດາ​ຢືນຢັນ ຊົມ​ເຊີຍ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ການ​ສ້າງ​ໂຄງ​ປະກອບ​ພາກ​ພື້ນ ​ແລະ ປາ​ດຖະຫນາ​ຢາກ​ຮ່ວມ​ມື​ກັບ ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ສະມາ​ຊິກ ​ເພື່ອ​ເພີ່ມ​ທະວີ​ບັນດາ​ກົນ​ໄກ​ພາກ​ພື້ນ​ຂອງ ອາ​ຊຽນກວ່າ​ອີກ.

 

ຂ່າວ/ບົດ​ອື່ນ