ອາຊຽນແລະບັນດາປະເທດຄູ່ຮ່ວມມືຊຸກຍູ້ການຮ່ວມມື,ຮັກສາສັນຕິພາບສະຖຽນລະພາບແລະພັດທະນາໃນພາກພື້ນ

ອາຊຽນແລະບັນດາປະເທດຄູ່ຮ່ວມມືຊຸກຍູ້ການຮ່ວມມື,ຮັກສາສັນຕິພາບສະຖຽນລະພາບແລະພັດທະນາໃນພາກພື້ນ - ảnh 1
ທ່າ​ນຮອງ​ນາຍົກລັດຖະມົນຕີ ຟ້າ​ມບິງ​ມິງ ໄດ້ປະກອບ​ຄຳ​ເຫັນ​ຢ່າງ​ຕັ້ງໜ້າ​
ໃນ​ບັນດາ​ບັນຫາ​​​ທີ່ໄດ້​​ແລກປ່ຽນ​ທີ່​ກອງ​ປະຊຸມຕ່າງໆ
(ພາບ: AP)


​​(vovworld) - ວັນ​ທີ 05/08, ຢູ່ ກົວ​ລາ​ລຳ​ເປີ, ປະ​ເທດ​ມາ​ເລ​ເຊ​ຍ, ​ໄດ້​ດຳ​ເນີນ​ບັນດາ​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ASEAN + 1 ກັບ 10 ປະ​ເທດ​ຄູ່​ຮ່ວມ​ມື, ລວມມີ: ຈີນ, ສ.​ເກົາຫຼີ, ອິນ​ເດຍ, ລັດ​ເຊຍ, ສະຫະພັນ​ເອີ​ລົບ (EU), ຍີ່ປຸ່ນ, ກາ​ນາ​ດາ, ​​ອີ​ຕາ​ລີ ແລະ ນິວຊີ​ແລນ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່າ​ນຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິງ ນຳ​ໜ້າ​ເຂົ້າ​ຮ່ວມ ​ແລະ ປະກອບ​ຄຳ​ເຫັນ​ຢ່າງ​ຕັ້ງໜ້າ​ໃນ​ບັນດາ​ບັນຫາ​​​ທີ່ໄດ້​​ແລກປ່ຽນ​ທີ່​ກອງ​ປະຊຸມຕ່າງໆ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ຕີ​ລາຄາ​ສູງ​ການ​ສະໜັບສະໜູນ​ຂອງ​ບັນດາ​ຄູ່​ຮ່ວມ​ມື​ທີ່​ສະຫງວນ​ໃຫ້​ອາ​ຊຽນ ​ໃນ​ວິວັດ​ການ​ສ້າງ​ຕັ້ງ​ປະຊາ​ຄົມ ​ແລະ ຮັກສາ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ​ ​ໃນ​ພາກ​ພື້ນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ກໍ​ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ລະອຽດ ​ເພື່ອ​ແນ​ໃສ່​ຊຸກຍູ້ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​​ເລິກ​ເຊິ່ງກວ່າອີກ, ບົນ​ພື້ນຖານ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ​ຄູ່​ຮ່ວມ​ມື, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ​ຂອງ​ອາ​ຊຽນ.

        ​ໃນ​ຖາ​ນະ​ເປັນ​ປະ​ເທດປະສານ​​ງານ​ການ​ພົວພັນ​ລະຫວ່າງ​ອາ​ຊຽນ - EU, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ເປັນ​ປະ​ທານ​ຮ່ວມ​ກອງປະຊຸມລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລະຫວ່າງ​ອາ​ຊຽນ - EU, ຕີ​ລາຄາ​ສູງ​ບັນດາ​ຄວາມ​ກ້າວໜ້າ​ໃນ​ການ​ພົວພັນ 2 ຝ່າຍ ​ໃນ​ໄລຍະ 3 ປີຜ່ານມາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ຜັນ​ຂະຫຍາຍ​ໂຄງການ​ເຄື່ອນ​ໄຫວ​ອາ​ຊຽນ - EU ​ໄລ​ຍະ 2013 – 2017 ຢ່າງ​ມີ​ປະສິດທິ​ຜົນ, ມານະ​ພະຍາຍາມ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ໃຫ້​ບຸລິມະສິດ… ກ່ຽວ​ກັບ​ສະພາບ​ການ​ຢູ່​ພາ​ກພື້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ແບ່ງປັນ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ບັນດາ​ການ​ຜັນ​​ແປ​ທີ່​ສັບສົນ​ຫວ່າງ​ມໍ່ໆ​ມາ​ນີ້ ​ແລະ ສະພາບ​ການ​ໃນປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​​ເຮັດ​ໃຫ້​ປ່ຽນ​ແປງ​ສະພາບ​ເດີມ, ສົ່ງ​ຜົນ​ກະທົບຢ່າງ​ຮ້າຍ​ແຮງ​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ສະ​ເໜີ​ໃຫ້​ບັນດາ​ປະ​ເທດ​ສືບ​ຕໍ່​ສະໜັບສະໜູນ​ອາ​ຊຽນ ​ແລະ ປະກອບ​ສ່ວນ​ຮັກສາ​ສັນຕິພາບ, ​ສະຖຽນ​ລະ​ພາບຢູ່​ພາກ​ພື້ນ.

        ​ແລະ​ກໍ​ໃນ​ວັນ​ທີ 05/08, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແມ່ນ້ຳ​ຂອງ - ຍີ່ປຸ່ນ ຄັ້ງ​ທີ 8, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Minoru Kiuchi. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​​ໄດ້​ເນັ້ນ​ໜັກ​ເຖິງ​ຄວາ​ມສຳຄັນ​ຂອງ​ການ​ພັດທະນາ​ພື້ນຖານ​​ໂຄງ​ລ່າງ, ຖື​ມະນຸດ​ເປັນ​ໃຈກາງ, ສ້າງຄວາມ​ດຸ​ນດ່ຽງ​ລະ​ຫວ່າງ​ການ​ເຕີບ​​ໂຕ​ດ້ານ​ເສດຖະກິດ ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວ​ດລ້ອມ.

        ທີ່​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​​ແມ່ນ້ຳ​ຂອງ - ສ.​ເກົາຫຼີ ຄັ້ງ​ທີ 5, ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ດຽວ​ກັນ, ພາຍ​ໃຕ້ການ​ເປັນ​ປະທານ​ຂອງທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດສ.​ເກົາຫຼີ Yun Byung se. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ເນັ້ນ​ໜັກ​​ເຖິງ​ຄວາມ​ສຳຄັນ​ຂອງ​ເລື່ອງ​ເພີ່ມ​ທະວີ​ການ​​​ເຊື່ອມ​ຕໍ່​ຜ່ານ​ການ​ພັດ​ທະ​ນາ​ພື້ນ​ຖານ​​ໂຄງ​ລ່າງ​ແຂ​ງ ​ແລະ ​ອ່ອນ ​ໃນ​ເຂດ​ອະນຸ​ພາກ​ພື້ນ, ພິ​ເສດ​ແມ່ນ​ພື້ນຖານ​​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ ​ແລະ logistics ​ໃນ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ ​ແລະ ​ແລວ​ເສດຖະກິດ​ທາງທິດ​ໃຕ້. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ​້ຕີ​ລາຄາ​ສູງບົດບາດ​ຂອງ​ພາກສ່ວນ​ເອກະ​ຊົນ ​ແລະ ສະ​ເໜີ​​ເສີມ​ຂະຫຍາຍ​ບັນດາ​ກົນ​ໄກ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ຄື ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​​ແມ່ນ້ຳ​ຂອງ - ສ.​ເກົາຫຼີ.

ຂ່າວ/ບົດ​ອື່ນ