ອາ​ຊຽນແລະລັດ​ເຊຍ​ເຫັນ​ດີ​ເປັ​ນ​ເອ​ກະ​ພາບ​ສືບ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ​ກ່ວາ​ອີກ

(VOVWORLD) -ວັນທີ 13 ມີນາ, ຢູ່ສຳນັກງານຄະນະເລຂາອາຊຽນຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ, ຄະນະກຳມະການຮ່ວມມືລວມອາຊຽນ - ລັດເຊຍ (ARJCC) ໄດ້ຈັດຕັ້ງກອງປະຊຸມປະຈຳປີຂັ້ນເອກອັກຄະລັດຖະທູດຄັ້ງທີ 18 ເພື່ອແນໃສ່ສຳຫຼວດກວດຄືນແລະແລກປ່ຽນບັນດາມາດຕະການຊຸກຍູ້ການຜັນຂະຫຍາຍບັນດາໂຄງການແລະການເຄື່ອນໄຫວຮ່ວມມືສອງຝ່າຍ
ອາ​ຊຽນແລະລັດ​ເຊຍ​ເຫັນ​ດີ​ເປັ​ນ​ເອ​ກະ​ພາບ​ສືບ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ​ກ່ວາ​ອີກ - ảnh 1 ສະມາຊິກຄະນະກຳມະການຮ່ວມມືລວມ ອາຊຽນ - ລັດເຊຍ ແລະ ຜູ້ຕາງໜ້າຄະນະເລຂາ ອາຊຽນ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາສູງຕໍ່ບັນດາໝາກຜົນການຮ່ວມມືຢ່າງຕັ້ງໜ້າເຊິ່ງບັນລຸໄດ້ໃນບັນດາຂົງເຂດການເມືອງ - ຄວາມໝັ້ນຄົງ, ເສດຖະກິດແລະວັດທະນະທຳ - ສັງຄົມ. ໃນຊຸມປີມໍ່ໆມານີ້,ການຄ້າສອງສົ້ນລະຫວ່າງອາຊຽນແລະລັດເຊຍໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ໂດຍສະເພາະປີ 2018, ບັນລຸໄດ້ 19,8 ຕື້ USD, ເພີ່ມຂຶ້ນເກືອບ 8% ເມື່ອທຽບໃສ່ປີ 2017.

ລັດເຊຍຢັ້ງຢືນວ່າອາຊຽນແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງລັດເຊຍ, ລັດເຊຍກໍ່ໃຫ້ຄຳໝັ້ນສັນຍາວ່າຈະສະໜັບສະໜູນບົດບາດເປັນໃຈກາງຂອງອາຊຽນໃນການປະກອບສ່ວນຮັກສາສັນຕິພາບແລະສະຖຽນລະພາບໃນພາກພື້ນ, ຕັ້ງໜ້າເຂົ້າຮ່ວມບັນດາກົນໄກພາກພື້ນໂດຍອາຊຽນນຳພາ.

ໃນໄລຍະຈະມາເຖິງ, ບັນດາປະເທດອາຊຽນແລະລັດເຊຍເປັນເອກະພາບສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງອາຊຽນ - ລັດເຊຍເລິກເຊິ່ງກ່ວາອີກ, ເອົາໃຈໃສ່ເປັນພິເສດເຖິງບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ອາຊຽນແລະລັດເຊຍເຫັນດີເປັນເອກະພາບນຳກັນວ່າຈະຊຸກຍູ້ການລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດຄຸ້ມຄອງໄພທຳມະຊາດໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ