ອາຊຽນແລະອີຢູເພີ່ມທະວີການພົວພັນຄູ່ຮ່ວມມືຄູ່ເຈລະຈາແລະການຮ່ວມມື

ອາຊຽນແລະອີຢູເພີ່ມທະວີການພົວພັນຄູ່ຮ່ວມມືຄູ່ເຈລະຈາແລະການຮ່ວມມື - ảnh 1
 ພາບປະກອບ:internet


(vovworld)- ວັນ​ທີ 24/1 ທີ່​ສຳນັກ​ງານ​ຄະນະ​ເລຂາ ອາ​ຊຽນ ຢູ່ ອິ​ນ​ໂດ​ເນ​ເຊຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງທີ 21 ຄະນະ​ກຳມະການ​ຮ່ວມ​ມື​ຮ່ວມ ອາ​ຊຽນ - ອີ​ຢູ, ສຸມ​ໃສ່​ພິຈາລະນາ​ປະ​ເມີນ​ຜົນ​ການ​ຮ່ວມ​ມື​ທີ່​ບັນລຸ​ໄດ້​ ​ແລະ ​ແລກປ່ຽນ​ບັນດາ​ມາດ​ຕະການ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື ​ແລະ ​ແຜນການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ.  ກອງ​ປະ​ຊຸມ​ໄດ້​ຢືນຢັນ ກຳລັງ​ຫນູນ​ທີ່​ຕັ້ງຫນ້າ​ຂອງ​ການ​ພົວພັນ​ຄູ່​​ເຈລະຈາ ອາ​ຊຽນ - ອີ​ຢູ ​ແລະ ປາດ​ຖະຫນາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍ​ດລວມ ກວ່າ​ອີກ ພ້ອມ​ທັງ​ເຫັນ​ດີ​ຖື​ວ່າ: ນັບ​​ແຕ່​ເມື່ອ​ແຜນການ​ດຳ​ເນີນ​ງານ Bandar Seri Begawan ກ່ຽວ​ກັບ​ການ​ເພີ່ມ​ທະວີ​ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື ອາ​ຊຽນ - ອີ​ຢູ 2013-2017 ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ເມ​ື່ອ​ເດືອນ 4/2012 ​ແລະ ອີ​ຢູ ​ເຂົ້າ​ຮ່ວມ​ສົນທິສັນຍາ​ໄມ​ຕິ​ຈິດ ​ແລະ ການ​ຮ່ວມ​ມື ອາ​ຊຽນ ​ເມື່ອ​ເດືອນ 7/2012, ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ຖືກ​ເປ​ີດກວ້າງ ​ແລະ ​ເຮັດ​ໃຫ້​ເລິກ​ເຊິ່ງຂຶ້ນ​ຕື່ມ.

 

 

 

ຂ່າວ/ບົດ​ອື່ນ