ອາຊຽນແລະອາເມລິກາຢືນຢັນຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດ

(VOVWORLD) -ໃນລະຫວ່າງວັນທີ 02 – 03 ເມສາ, ຢູ່ Selangor, ປະເທດມາເລເຊຍ, ໄດ້ດຳເນີນກອງປະຊຸມເຈລະຈາອາຊຽນ - ອາເມລິກາ ຄັ້ງທີ 31.

ອາຊຽນແລະອາເມລິກາຢືນຢັນຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1ອາຊຽນແລະອາເມລິກາຢືນຢັນຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດ

(ພາບ: daidoanket.vn)

ທີ່ການເຈລະຈາ, ບັນດາປະເທດອາຊຽນ ແລະ ອາເມລິກາ ລ້ວນແຕ່ຢືນຢັນຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ແບ່ງປັນບັນດາການຕີລາຄາຢ່າງຕັ້ງໜ້າກ່ຽວກັບການພັດທະນາ ແລະ ບັນດາໝາກຜົນທີ່ບັນລຸໄດ້ໃນການພົວພັນ ແລະ ຮ່ວມມືດ້ານການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ ບົນພື້ນຖານຜັນຂະຫຍາຍແຜນການກະທຳໄລຍະ 2016 – 2020 ດ້ວຍ 83/95 ການເຄື່ອນໄຫວ ແລະ ໂຄງການທີ່ໄດ້ປະຕິບັດແລ້ວ. 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ຜັນຂະຫຍາຍແຜນການກະທຳ ໄລຍະ 2016 – 2020, ໂດຍສະເພາະແມ່ນໃນຂົງເຂດບຸລິມະສິດຄື: ການຄ້າເສລີ ແລະ ການລົງທຶນ, ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ເສດຖະກິດດີຈີຕອນ, ຮ່ວມມືບົນທະເລ…

        ຜູ້ຮັກສາການຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ, ທ່ານນາງ Susan Thornton, ໄດ້ຢືນຢັນຄວາມສຳຄັນຂອງອາຊຽນ ໃນນະໂຍບາຍຂອງອາເມລິກາ ຢູ່ພາກພື້ນອາຊີ - ປາຊີຟິກ, ສະໜັບສະໜູນຄວາມສາມັກຄີ, ເປັນເອກະພາບ ແລະ ບົດບາດໃຈກາງຂອງອາຊຽນ ໃນໂຄງສ້າງຂອງພາກພື້ນ. ອາເມລິກາ ກໍ່ຊົມເຊີຍເລື່ອງອາຊຽນ ແລະ ຈີນ ໄດ້ເລີ່ມເຈລະຈາກົດແຫ່ງການປະພຶດໃນທະເລຕາເວັນອອກ (COC) ຢ່າງແທດຈິງ, ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຢືນຢັນການສະໜັບສະໜູນແກ້ໄຂບັນດາການຂັດແຍ້ງຢູ່ທະເລຕາເວັນອອກໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ຄວາມສຳຄັນຂອງການເດີນເຮືອຢູ່ທະເລ ແລະ ການບິນຢ່າງເສລີ, ເຄົາລົບອະທິປະໄຕ ແລະ ບໍ່ນຳໃຊ້ການທະຫານ.

        ກ່າວຄຳເຫັນທີ່ການເຈລະຈາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸງ ໄດ້ຢືນຢັນຄືນຫຼັກໝັ້ນ ແລະ ບັນດາຫຼັກການຂອງອາຊຽນ ກ່ຽວກັບທະເລຕາເວັນອອກ, ຍົກອອກບັນດາກາລະໂອກາດ ແລະ ສິ່ງທ້າທາຍເຊິ່ງອາຊຽນ ແລະ ອາເມລິກາ ແລະ ບັນດາຄູ່ຮ່ວມມືອື່ນຂອງອາຊຽນ ຄວນຮ່ວມມືກັນເພື່ອແກ້ໄຂຄື: ໂຈນສະລັດ, ຄ້າຂາຍຢາເສບຕິດ, ຫາປາຢ່າງຜິດກົດໝາຍ, ແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ… ຜ່ານບັນດາຂອບເຂດ ແລະ ກົນໄກພາກພື້ນ, ບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ແນໃສ່ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ