ອາຊຽນໃຫ້ຄຳໝັ້ນສັນຍາຊຸກຍູ້ການປົກປ້ອງຜູ້ອຸປະໂພກ ບໍລະໂພກ

ອາຊຽນໃຫ້ຄຳໝັ້ນສັນຍາຊຸກຍູ້ການປົກປ້ອງຜູ້ອຸປະໂພກ ບໍລະໂພກ - ảnh 1
ພາບປະກອບ

(vovworld) - ​ເພື່ອ​ແນ​ໃສ່​​ໜູນຊ່ວຍ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ ​ແລະ ກໍ່ສ້າງປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (ຫຼື AEC) ລະຫວ່າງ​ບັນດາ​ສະມາຊິກ​ອາ​ຊຽນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ປົກປ້ອງ​ຜູ້​ອຸປະ​ໂພ​ກ ບໍລະ​ໂພ​ກ, ຄະນະກຳມະການ​ປົກ​ປ້ອງ​ຜູ້​ອຸປະ​ໂພ​ກ ບໍລະ​ໂພ​ກ ອາ​ຊຽນ (ຫຼື ACCP) ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ປົກ​ປ້ອງ ​ແລະ ຈະ​ຍົກ​ອອກ​ບັນດາ​ຂໍ້​ລິ​ເລີ່​ມມຸ້ງ​ໄປ​ເຖິງ​ການ​​ປັບປຸງ​ສະຫວັດດີ​ການຂອງ​ຜູ້​ອຸປະ​​ໂພ​ກ ບໍລິໂພ​ກ.

​ແຈ້ງຂ່າວ​ຂອງ​ຄະນະ​ເລຂາ​ອາ​ຊຽນ​ເມືອ​ວັນ​ທີ 3/4 ​ໃຫ້​ຮູ້​ວ່າ: ຄະນະ​ກຳມະການ​ປົກ​ປ້ອງ​ຜູ້​ອຸປະ​​ໂພ​ກ ບໍລິ​ໂພ​ກອາ​ຊຽນ​ໄດ້ ​ແນະນຳ “​​ໃບ​ປີວຮ້ອງ​ທຸກ​ຜູ້​ອຸປະ​ໂພ​ກ ບໍລິໂພ​ກ ອາ​ຊຽນ” ທີ່ສະໜອງ​ບັນດາ​ຂໍ້​ມູນ​ກ່ຽວ​ກັບ​​ໂທລະສັບ​ສາຍດ່ວນ ​ແລະ ບັນດາ ສະຖານ​ທີ່​ຕິດ​ຕໍ​ພົວພັນ​ໃນບັນດາສະມາຊິກ​ອາ​ຊຽນທັງ​ໝົດ ​ໃຫ້​ແກ່​ການ​ຮ້ອງທຸກຂອງ​ຜູ້​ອຸປະ​ໂພ​ກ ບໍລິ​ໂພ​ກ, ​ເພື່ອ​ຮັບປະກັນ​ຄວາມ​ຮັບ​ຮູ້, ຄວາມ​ເຂົ້າ​ໃຈ ​ແລະ ​ເຜິ​ຍ​ແຜ່​ຂໍ້​ມູນ​​ດີ​ທີ່​ສຸດ​ໃຫ້​ຜູ້​ອຸປະ​​ໂພ​ກ ບໍລິ​ໂພ​ກ ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ນອກ​ພາກ​ພື້ນ. ທ່ານ Mahani Tam Abdullah, ຮອງ​ເລຂາທິການ​ໃຫຍ່​ອາ​ຊຽນ, ປະທານ​ຄະນະ​ກຳມະການ​ປົກ​ປ້ອງຜູ້​ອຸປະ​​ໂພ​ກ ບໍລິ​ໂພ​ກ ອາຊຽນ ​ໃຫ້​ຮູ້​ວ່າ: ​ເອກະສານ​ສະໜອງ​ຂໍ້​ມູນ​ໄດ້​ຈຳໜ່າຍ ​ແລະ ​ແຈກ​ຢາຍ​ໃນ​ພາບ​ດຽວ​​ໃຫ້ 10 ປະ​ເທດ​ສະມາຊິກ​ອາ​ຊຽນ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​​ຂອງ​ຄະນະ​ກຳມະການ​ປົກ​ປ້ອງຜູ້​ອຸປະ​​ໂພ​ກ ບໍລິ​ໂພ​ກ ອາ​ຊຽນໃນ​ການປົກ​ປ້ອງ ຜູ້​ອຸປະ​​ໂພ​ກ ບໍລິ​ໂພ​ກ​ໃນ​ພາກ​ພື້ນ​ອາ​ຊຽນ​ໃຫ້ດີ​ກ່ວາອີກ ​ແລະ ຈະ​ໄດ້​ນຳ​ເຂົ້າ​ກົນ​ໄກ​ປົກ​ປ້ອງຜູ້​ອຸປະ​​ໂພ​ກ ບໍລິ​ໂພ​ກ​​ໃນປະຈຸ​ບັນ ຢູ່​ບັນດາ​ປະ​ເທດ​ສະມາ​ຊິກ ອາ​ຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ