ອາຊຽນໄລຍະທາງພາຍຫຼັງ 50 ປີ: ຫວນຄືນແລະສືບຕໍ່ກ້າວໄປ

(VOVWORLD) -ການໂອ້ລົມສົນທະນາ “ອາຊຽນ ໄລຍະທາງພາຍຫຼັງ 50 ປີ ແລະ ຫວຽດນາມ” ໂດຍກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງ ຖືກດຳເນີນໃນຕອນບ່າຍວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ.

ອາຊຽນໄລຍະທາງພາຍຫຼັງ 50 ປີ: ຫວນຄືນແລະສືບຕໍ່ກ້າວໄປ - ảnh 1ໂອ້ລົມສົນທະນາ “ອາຊຽນ ໄລຍະທາງພາຍຫຼັງ 50 ປີ ແລະ ຫວຽດນາມ”

(ພາບ: TTXVN)

ເຂົ້າຮ່ວມກອງປະຊຸມມີທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ, ຫົວໜ້າ SOM ASEAN; ທ່ານນາງເອກອັກຄະລັດຖະທູດ ຫງວຽນງວຽດງາ, ບັນດານັກຊ່ຽວຊານດ້ານເສດຖະກິດສາກົນ, ນັກຄົ້ນຄວ້າອາຊຽນ…

        ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢຸງ ຫົວໜ້າ SOM ASEAN ຊີ້ແຈ້ງວ່າ: ປີ 2018 ແມ່ນປີທຳອິດອາຊຽນ ກ້າວເຂົ້າໄລຍະໃໝ່ ພາຍຫຼັງ 50 ປີ. ເຄິ່ງສະຕະວັດຜ່ານມາ, ອາຊຽນ ບັນລຸໄດ້ຜົນງານຫຼາຍຢ່າງເຊິ່ງບໍ່ສາມາດປະຕິເສດໄດ້. ອາຊຽນ ໄດ້ເຮັດໃຫ້ພາກພື້ນອາຊີຕາເວັນອອກສ່ຽງໃຕ້ຈາກພາກພື້ນເກີດສົງຄາມ, ປະທະກັນໃຫ້ກາຍເປັນພາກພື້ນມີສັນຕິພາບ, ສະຖຽນລະພາບ. ນີ້ແມ່ນຄຸນຄ່າໃຫຍ່ຫຼວງທີ່ສຸດ, ສຳຄັນທີ່ສຸດຂອງອາຊຽນ. ເມື່ອເນັ້ນໜັກເຖິງໄລຍະທາງ 50 ປີຕໍ່ໄປ, ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ, ຢືນຢັນວ່າ.

        “ໄລຍະທາງ 50 ປີຕໍ່ໄປຂອງອາຊຽນ ແນ່ນອນວ່າຈະບໍ່ລາບລື້ນ. ປະຊາຄົມອາຊຽນ ຫາກໍ່ໄດ້ຮັບການສ້າງຕັ້ງເປັນເວລາ 3 ປີ. ບໍ່ຮູ້ວ່າ ອາຊຽນ ຈະຮັກສາຄວາມສາມັກຄີ, ສາມາດຕອບສະໜອງໄດ້ບັນດາພື້ນຖານດ້ານຜົນປະໂຫຍດຂອງບັນດາປະເທດໃນພາກພື້ນ ຫຼື ບໍ່? ຫວັງວ່າໃນການໂອ້ລົມສົນທະນາຄັ້ງນີ້ ຈະຍົກອອກການສັງເກດໂດຍລວມກ່ຽວກັບໄລຍະທາງພັດທະນາຂອງອາຊຽນ ພາຍຫຼັງ 50 ປີທີ່ຄົງຕົວດ້ວຍບັນດາກາລະໂອກາດ ແລະ ສິ່ງທ້າທາຍ, ຜ່ານນັ້ນກຳນົດທິດກ້າວເດີນໃນໄລຍະຕໍ່ໆໄປ.”

ຕອບກັບ

ຂ່າວ/ບົດ​ອື່ນ