ອາ​ຍຸ​ການ 2016 – 2021: ປະ​ທານ​ປະ​ເທດ ມີ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດຫຼາຍ​ຢ່າງ ອັນ​ໄດ້​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ ຫວຽດ​ນາມ

(VOVWORLD) -        ຕອນເຊົ້າວັນທີ 24 ມີນາ, ຢູ່ວາລະໄຂກອງປະຊຸມຄັ້ງທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສະເໜີບົດລາຍງານກ່ຽວກັບການປະຕິບັດງານໃນອາຍຸການ 2016 – 2021 ຂອງ ປະທານປະເທດ ຕໍ່ໜ້າສະພາແຫ່ງຊາດ ແລະ ປະຊາຊົນທົ່ວປະເທດ.
ອາ​ຍຸ​ການ  2016 – 2021: ປະ​ທານ​ປະ​ເທດ ມີ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດຫຼາຍ​ຢ່າງ ອັນ​ໄດ້​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ  ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ ຫວຽດ​ນາມ - ảnh 1ກອງປະຊຸມຄັ້ງທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV (ພາບ:VGP)

ລາຍງານຕໍ່ສະພາແຫ່ງຊາດກ່ຽວກັບບັນດາການເຄື່ອນໄຫວຕົ້ນຕໍໃນອາຍຸການຜ່ານມາຂອງປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຢັ້ງຢືນວ່າ ປະທານປະເທດ ໄດ້ມີການເຄື່ອນໄຫວທາງການທູດສຳຄັນຫຼາຍຢ່າງ, ຮັກສາອະທິປະໄຕແຫ່ງຊາດ, ຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ໃນພາກພື້ນ ແລະ ໃນໂລກ. ທ່ານກ່າວວ່າ:

        “ດ້ວຍບົດບາດເປັນປະເທດເຈົ້າພາບ ປີ APEC 2017, ປະທານປະເທດ ໄດ້ເປັນປະທານກອງປະຊຸມສຸດຍອດ APEC 2017 ຢ່າງປະສົບຜົນສຳເລັດອັນຈົບງາມ, ອັນໄດ້ສ້າງຄວາມປະທັບໃຈ ແລະ ຂີດໝາຍອັນເລິກເຊິ່ງຕໍ່ເພື່ອນມິດສາກົນ. ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ປະທານປະເທດ ໄດ້ມີບັນດາການເຄື່ອນໄຫວພົວພັນຕ່າງປະເທດຢ່າງເປັນເຈົ້າການ ແລະ ເໝາະສົມ, ປະກອບສ່ວນຍູ້ແຮງ ແລະ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດເລິກເຊີ່ງຂຶ້ນຕື່ມ ພ້ອມທັງຢັ້ງຢືນວ່າ ຫວຽດນາມ ສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໃນວຽກງານລວມຂອງປະຊາຄົມສາກົນ.”

ອາ​ຍຸ​ການ  2016 – 2021: ປະ​ທານ​ປະ​ເທດ ມີ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດຫຼາຍ​ຢ່າງ ອັນ​ໄດ້​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ  ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ ຫວຽດ​ນາມ - ảnh 2ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ (ພາບ: VGP)

ບົດຮຽນ ທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ເນັ້ນໜັກເຖິງ ນັ້ນແມ່ນ ສືບຕໍ່ເປີດກວ້າງງ, ພັດທະນາ ແລະ ຍົກສູງການພົວພັນທາງການທູດ, ສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກັບບັນດາປະເທດຄູ່ຮ່ວມມື ໃຫ້ໝັ້ນຄົງ ແລະ ຍືນຍົງ; ໃນການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດໃຫຍ່, ບັນດາຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ແລະ ຄູ່ຮ່ວມມືອື່ນໆ ຕ້ອງມີການປະພຶດທີ່ຖືກຕ້ອງ; ຊຸກຍູ້ໃຫ້ການພົວພັນຕ່າງປະເທດໃຫ້ສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ./. 

ຕອບກັບ

ຂ່າວ/ບົດ​ອື່ນ